“ກ້າແບກຫາບໜ້າທີ່ອັນໜັກໜ່ວງ,ກ້າວເດີນຢູ່ແຖວໜ້າ: ບັນທຶກສະພາບການກ່ຽວກັບທ່ານສີຈິ້ນຜິງເຂົ້າຮ່ວມການພິຈາລະນາຂອງຄະນະຜູ້ແທນແຂວງຈ່ຽງຊູໃນກອງປະຊຸມສະພາປະຊາຊົນແຫ່ງຊາດຈີນ2023”(ພາກທີ2)

2023-03-09 15:08:51 cri



 

  ຕອນບ່າຍວັນທີ 5 ມີນານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ໄປເຂົ້າຮ່ວມກອງປະຊຸມພິຈາລະນາຂອງຄະນະຜູ້ແທນແຂວງຈ່ຽງຊູທີ່ທ່ານສັງກັດຢູ່ນັ້ນທີ່ເຂົ້າຮ່ວມກອງປະຊຸມຄັ້ງທີໜຶ່ງຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ14, ເພື່ອຮ່ວມກັບບັນດາສະຫາຍເປິກສາຫາລືວຽກງານສຳຄັນຂອງຊາດ, ແລະຊີ້ທິດເຍືືອງທາງໃຫ້ແກ່ການພັດທະນາຂອງແຂວງຈ່ຽງຊູ.

 

ຢູ່ໃນໃຈຂອງທ່ານສີຈິ້ນຜິງ, ສະພາບການພັດທະນາແຂວງຈ່ຽງຊູໃນອະນາຄົດຄວນເປັນແບບສີຂຽວທີ່ສວຍງາມແລະມີຊີວິດຊີວາ.

 

ໃນເວລາທ່ານສູຄຸນຫຼິນ ຜູ້ແທນສະພາປະຊາຊົນແຫ່ງຊາດປະກອບຄຳເຫັນ, ທ່ານສີຈິ້ນຜິງໄດ້ສອບຖາມແບບເຈາະຈົງສະເພາະວ່າ: ຄຸນນະພາບນ້ຳໃນທະເລສາບໄທ້ຫູເປັນແນວໃດ? ຍັງມີສະຫຼ່າຍສີຂຽວຟ້າຫຼືບໍ່? ໃນການປະກອບຄຳເຫັນໃນເວລາຕໍ່ມາ, ທ່ານສີຈິ້ນຜິງໄດ້ກ່າວເຖິງບັນຫານີ້ອີກ, ເພິ່ນໄດ້ເວົ້າດ້ວຍຄວາມສຳຄັນວ່າ:

 

“ດັ່ງທີ່ເພງດັງໄດ້ຮ້ອງວ່າ ‘ໄທ້ຫູງາມເດ້’, ຈັ່ງແມ່ນງາມຫຼາຍ! ແຕ່ພໍຄິດພໍ້ສະຫຼ່າຍສີຂຽວຟ້າແລ້ວກໍຮູ້ສຶກເບື່ອໜ່າຍທັນທີ. ແຕ່ກ່ອນ, ສິ່ງເສດເຫຼືອຈາກການຜະລິດອຸດສາຫະກຳແລະການດຳລົງຊີວິດເຄີຍສ້າງມົນລະພິດໃຫ້ທະເລສາບໄທ້ຫູຢ່າງໜັກໜ່ວງ, ການປົວແປງມົນລະພິດໄດ້ທຸ້ມເທເຫື່ອແຮງຢ່າງຫຼວງຫຼາຍທີ່ສຸດ.ພວກເຮົາເວົ້າວ່າ ‘ພູຂຽນນ້ຳໃສກໍແມ່ນພູເງິນພູຄຳ’, ຖ້າຫາກການປົກປັກຮັກສາສິ່ງແວດລ້ອມນິເວດບໍ່ໄດ້ຮັບຜົນ,ມັນກໍບໍ່ແມ່ນ ‘ພູເງິນພູຄຳ’ ແລ້ວ, ກົງກັນຂ້າມຍັງເປັນການຊື້ຂາຍແບບຂາດທຶນຕື່ມອີກ.”

 

ທ່ານສີຈິ້ນຜິງກ່າວຕື່ມວ່າ: “ບໍ່ມີການພັດທະນາດ້ວຍຄຸນນະພາບສູງ ກໍຈະບໍ່ມີສັງຄົມນິຍົມທັນສະໄໝ. ເມື່ອພວກເຮົາເວົ້າເຖິງການພັດທະນາດ້ວຍຄຸນນະພາບສູງ, ຖ້າບໍ່ເວົ້ເຖິງແນວຄວາມຄິດການພັດທະນາແບບໃໝ່ແມ່ນເປັນໄປບໍ່ໄດ້.”

 

ທ່ານສີຈິ້ນຜິງຍັງໄດ້ເລົ່າເຖິງບົດຮຽນດ້ານລົບແຫ່ງການພັດທະນາແຂວງຈ່ຽງຊູໃນໄລຍະຜ່ານມາວ່າ: ແຕ່ກ່ອນ, ການພັດທະນາພາກເໜືອແລະພາກໃຕ້ຂອງແຂວງຈ່ຽງຊູແມ່ນບໍ່ກ້ຳເກິ່ງກັນ, ພາກເໜືອແຂວງຈ່ຽງຊູພັດທະນາແບບຮ້ອນຮົນຟ້າວຟັ່ງໂພດ, ໂດຍຍາດກັນຮັບເອົາວິສາຫະກິດທີ່ສ້າງມົນສະພິດຢ່າງໜັກໜ່ວງແລະອຸດສາຫະກຳ “ອາທິດອັດສະດົງ” ທີ່ຖືກເຂດແຄວ້ນອື່ນປະຖິ້ມແລ້ວນັ້ນມາພັດທະນາ. ເຫດລະເບີດຂອງບໍລິສັດອຸດສາຫະກຳເຄມີແຫ່ງໜຶ່ງທີ່ເກີດຂຶ້ນຢູ່ເມືອງສຽງສຸຍ ກໍເປັນຜົນຮ້າຍຢ້ອນຫຼັງທີ່ເກີດຈາກການກະທຳອັນຜິດພາດໃນແຕ່ກ່ອນ.

 

 ທ່ານສີຈິ້ນຜິງເວົ້າວ່າ: “ເວລາໃດກໍຕາມ ພວກເຮົາລ້ວນແຕ່ບໍ່ຄວນເດີນຕາມເສັ້ນທາງພັດທະນາແບບຮ້ອນຮົນຟ້າວຟັ່ງໂດຍບໍ່ຄຳນຶງເຖິງອະນາຄົດແລະເອົາແຕ່ການເຕີບໂຕຂອງລວມຍອດຜະລິດຕະພັນພາຍໃນຫຼືGDPພຽງຢ່າງດຽວ. ນີ້ກໍແມ່ນສາເຫດວ່າເປັນຫຍັງຈິ່ງຕ້ອງມີແນວຄວາມຄິດການພັດທະນາແບບໃໝ່. ການມີທັດສະນະອັນຖືກຕ້ອງກ່ຽວກັບຜົນງານການປົກຄອງບໍລິຫານແມ່ນຕ້ອງເຮັດໄດ້ເຖິງຈຸດນີ້ຄື: ຜົນສຳເລັດເກີດຂຶ້ນບໍ່ຈຳເປັນຕ້ອງຂຶ້ນກັບເຮົາ, ແຕ່ເມື່ອມີຜົນສຳເລັດແລ້ວເຮົາຕ້ອງມີສ່ວນຮ່ວມນຳ.”

 



 ການພັດທະນາ, ເວົ້າລວມແລ້ວແມ່ນການພັດທະນາຄົນ. 


ທ່ານຈ່າງຕ້າຕຸ່ງ ຜູ້ອຳນວຍການໂຮງຮຽນປະຖົມຊິ່ນອ່ານນະຄອນຫວຍອ່ານແຂວງຈ່ຽງຊູ ຜູ້ແທນສະພາປະຊາຊົນແຫ່ງຊາດໄດ້ແນະນຳໃຫ້ຮູ້ສະພາບການກ່ຽວກັບນະຄອນຫວຍອ່ານໄດ້ກຳນົດເອົາການສືບທອດມູນເຊື້ອທີ່ມີກຽດສະຫງ່າຂອງ “ຄະນະສັນຈອນຊິ່ນອ່ານ” ເຊິ່ງເປັນຄະນະສິລະປະວັນນະຄະດີເຍົາວະຊົນໃນສະໄໝສົງຄາມນັ້ນເປັນເນື້ອໃນສຳຄັນແຫ່ງການສ້າງຄຸນສົມບັດໃຫ້ກັບຄົນ, ເພີ່ມທະວີການສຶກສາຂັ້ນພື້ນຖານ, ທ່ານກ່າວວ່າ: “ເດັກນ້ອຍທັງຫຼາຍມີຄວາມເຊື່ອໝັ້ນຍິ່ງໜັກແໜ້ນກວ່າເກົ່າໃນການຟັງຄວາມພັກ ແລະໄປຕາມພັກ.”



ທ່ານຈ່າງຕ້າຕຸ່ງ ຜູ້ອຳນວຍການໂຮງຮຽນປະຖົມຊິ່ນອ່ານນະຄອນຫວຍອ່ານແຂວງຈ່ຽງຊູ ຜູ້ແທນສະພາປະຊາຊົນແຫ່ງຊາດ

 

ໂຮງຮຽນປະຖົມຊິ່ນອ່ານເປັນໂຮງຮຽນຕົ້ນກຳເນີດຂອງ “ຄະນະສັນຈອນຊິ່ນອ່ານ”. ໃນສະໄໝສົງຄາມ, ເດັກນ້ອຍເຍົາວະຊົນເດີນທາງໝື່ນລີ້ທ່າມກາງແປວໄຟສົງຄາມໂດຍບໍ່ຢ້ານກົວຕໍ່ຄວາມອັນຕະລາຍ, ຖືສິລະປະວັນນະຄະດີເປັນອາວຸດ ເພື່ອໂຄສະນາຈຸດຢືນແຫ່ງການຕໍ່ຕ້ານຟາຊິດຍີ່ປຸ່ນເພື່ອກູ້ຊາດ, ປະຫວັດສາດອັນສະຫງ່າລາສີຕອນນີ້ໄດ້ກາຍເປັນຊັບສິນທາງດ້ານຈິດໃຈທີ່ບໍ່ມີວັນເສົ້າໝອງ.

 

ກ່ອນວັນເດັກນ້ອຍສາກົນ ທີ1 ມິຖຸນາ 2021ໃກ້ຈະວຽນມາເຖິງ, ທ່ານສີຈິ້ນຜິງໄດ້ຕອບຈົດໝາຍຄືນໃຫ້ບັນດາສະມາຊິກກອງນຳໜ້າເຍົາວະຊົນຈີນຂອງໂຮງຮຽນປະຖົມຊິ່ນອ່ານເພື່ອກະຕຸກຊຸກຍູ້ຈິດໃຈຂອງເຂົາເຈົ້າຈົ່ງປະສານສົມທົບກັບສະພາບຕົວຈິງແຫ່ງການເຕີບໃຫຍ່ຂອງຕົນເຂົ້າໃນການຮຽນປະຫວັດສາດຂອງພັກໃຫ້ດີ, ມີຄວາມຕັດສິນໃຈອັນເດັດຂາດໃນການຟັງຄວາມພັກ,ແລະໄປຕາມພັກມາແຕ່ຍັງນ້ອຍ.

 

ທ່ານຈ່າງຕ້າຕຸ່ງບອກໃຫ້ທ່ານສີຈິ້ນຜິງຮູ້ວ່າ: “ຫຼານນ້ອຍນັກຮຽນທັງຫຼາຍໄດ້ຍິນວ່າຂ້ອຍຈະເດີນທາງໄປປັກກິ່ງເພື່ອເຂົ້າຮ່ວມກອງປະຊຸມສະພາປະຊາຊົນແຫ່ງຊາດ, ເຂົາເຈົ້າມີຄວາມໃນໃຈຫຼາຍຢ່າງຢາກເລົ່າສູ່ທ່ານເລຂາທິການໃຫຍ່ຟັງ.”

 

ທ່ານສີຈິ້ນຜິງຕອບດ້ວຍຄວາມດີໃຈວ່າ: “ຂໍຝາກຄວາມຢື້ຢາມຖາມຂ່າວໄປຍັງພວກຫຼານນ້ອຍທັງຫຼາຍເດີ!”

 

ເມື່ອເວົ້າເຖິງເດັກນ້ອຍເຫຼົ່ານີ້ແລ້ວ, ທ່ານສີຈິ້ນຜິງກໍເລົ່າຄືນຫຼັງຕອນເຍົາໄວຂອງເພິ່ນວ່າ: “ຂ້າພະເຈົ້າ ເຄີຍມັດແພແດງມາກ່ອນ. ເນື່ອງຈາກເຂົ້າຮຽນກ່ອນໄວ, ລທາງໂຮງຮຽນຈິ່ງບໍ່ໄດ້ຂະຫຍາຍຂ້າພະເຈົ້າເຂົ້າເປັນສະມາຊິກອງນຳໜ້າເຍົາວະຊົນຊຸດທຳອິດ, ຂ້າພະເຈົ້າເສຍໃຈຈົນໄຫ້. ຕໍ່ມາໄດ້ເປັນຜູ້ຖືທຸງກອງນຳໜ້າເຍົາວະຊົນ, ຮູ້ສຶກຫ້າວຫັນຕື້ນເຕັ້ນອີ່ຫຼີ.”

 

ທ່ານສີຈິ້ນຜິງກ່າວຕື່ມວ່າ:“ການສຶກສາຂັ້ນພື້ນຖານໄດ້ແບກຫາບໜ້າທີ່ປະຫວັດສາດອັນໜັກໜ່ວງທີ່ມີກຽດສະຫງ່າທີ່ສຸດ.” ທ່ານສີຈິ້ນຜິງເນັ້ນໜັກວ່າ: ຜູ້ເຮັດວຽກການສຶກສາໃນຍຸກໃໝ່ຕ້ອງສຸມຄວາມພະຍາຍາມບຳລຸງສ້າງຊາວໜຸ່ມເຍົາວະຊົນໃຫ້ເປັນຜູ້ກໍ່ສ້າງແລະຜູ້ສືບທອດພາລະກິດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ.

 

ທ່ານສີຈິ້ນຜິງກ່າວຕື່ມວ່າ: “ການສຶກສາຂອງພວກເຮົາຕ້ອງຮູ້ວິທີຮັບເອົາສິ່ງດີເດັ່ນຈາກວັດທະນະທຳຈີນອັນເປັນມູນເຊື້ອທີ່ມີປະຫວັດມາ5.000ປີ, ຂະນະດຽວກັນ ກໍບໍ່ປະຖິ້ມໝາກຜົນດ້ານອະລິຍະທຳປະເທດຕາເວັນຕົກ, ສ້າງຊາວໜຸ່ມເຍົາວະຊົນໃຫ້ເປັນຜູ້ທີ່ມີ “4 ຄວາມໝັ້ນໃຈຕົນເອງ”ຢ່າງແທ້ຈິງ.(“4 ຄວາມໝັ້ນໃຈຕົນເອງ”ຄືໝັ້ນໃຈຕົນເອງດ້ານເສັ້ນທາງ, ໝັ້ນໃຈຕົນເອງດ້ານທິດສະດີ, ໝັ້ນໃຈຕົນເອງດ້ານລະບອບແລະໝັ້ນໃຈຕົນເອງດ້ານວັດທະນະທຳສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ).

 

ເຂດແຄວ້ນໃດໜຶ່ງແມ່ນສາມາດສ່ອງແສງໃຫ້ເຫັນການປ່ຽນແປງອັນຍິ່ງໃຫຍ່ຂອງຍຸກສະໄໝ.

 

 ເມື່ອ10ປີກ່ອນ, ຈີນໄດ້ກ້າວເຂົ້າສູ່ຍຸກໃໝ່. ທ່ານສີຈິ້ນຜິງໄດ້ໄປເຂົ້າຮ່ວມກອງປະຊຸມພິຈາລະນາຂອງຄະນະຜູ້ແທນແຂວງຈ່ຽງຊູທີ່ເຂົ້າຮ່ວມກອງປະຊຸມສະພາປະຊາຊົນແຫ່ງຊາດຈີນ, ໂດຍເພິ່ນໄດ້ຝາກຄວາມຫວັງເປັນຢ່າງສູງໄວ້ກັບແຂວງຈ່ຽງຊູວ່າ “ນຳໜ້າກ່ອນໝູ່ສ້າງສາສັງຄົມທີ່ອີ່ມໜຳສຳລານໃຫ້ສຳເລັດຜົນຢ່າງຮອບດ້ານທີ່ສຸມໃສ່ການບັນລຸເປົ້າໝາຍສູ້ຊົນຮ້ອຍປີປະການທີໜຶ່ງ1 ແລະນຳໜ້າກ່ອນໝູ່ບັນລຸເປົ້າໝາຍຫັນເປັນທັນສະໄໝໂດຍພື້ນຖານ ເຊິ່ງເປັນວິໄສທັດໄລຍະກາງແລະໄລຍະຍາວແຫ່ງການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດຈີນ.”

 

ຫຼັງຈາກນັ້ນ10ປີ, ຈີນໄດ້ເປີດຂະບວນການໃໝ່ແຫ່ງການສ້າງສາປະເທດສັງຄົມນິຍົມທັນສະໄໝຢ່າງຮອບດ້ານ. ຢູ່ບົນພື້ນຖານທີ່ໄດ້ບັນລຸເປົ້າໝາຍສູ້ຊົນຮ້ອຍປີປະການທີ1 ແລ້ວ, ແຂວງຈ່ຽງຊູກຳລັງຊຸກຍູ້ການສ້າງສາຄວາມທັນສະໄໝແບບຈີນທີ່ມີຊີວິດຊີວາຢ່າງເປັນຂະບວນຟົດຟື້ນ.

 

ສ່ວນຄຳເວົ້າຂອງທ່ານສີຈິ້ນຜິງທີ່ກ່າວຢູ່ທີ່ປະຊຸມນັ້ນແມ່ນເປັນການກະຕຸກຊຸກຍູ້ຈິດໃຈໃຫ້ບັນດາຜູ້ແທນທັງຫຼາຍ:

 

“ການເດີນທາງພັນລີ້ແມ່ນເລີ່ມຈາກບາດກ້າວຍ່າງທຳອິດ. ບົນຂະບວນການໃໝ່, ແຂວງຈ່ຽງຊູຕ້ອງກ້າແບກຫາບໜ້າທີ່ອັນໜັກໜ່ວງ,ກ້າວເດີນຢູ່ແຖວໜ້າ, ຕ້ອງເຮັດວຽກໃນສະເພາະໜ້າໃຫ້ດີດ້ວຍສະພາບຈິດໃຈທີ່ແຂ່ງກັບເວລາ. ປີນີ້ເປັນປີເລີ່ມຕົ້ນແຫ່ງການຜັນຂະຫຍາຍເນື້ອໃນຈິດໃຈກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ20ຂອງພັກກອມມູນິດຈີນ,ຫວັງວ່າ ພະນັກງານແລະປະຊາຊົນອັນມະຫາສານຂອງແຂວງຈ່ຽງຊູ, ດ້ວຍຄວາມຮັບຜິດຊອບອາດຫານກ້າແກ່ນທີ່ເປັນແບບຢ່າງກ້າວເດີນຢູ່ແຖວໜ້າ, ຮ່ວມຈິດຮ່ວມໃຈກັນ,ເຮັດແທ້ທຳຈິງ,ບຸກໜ້າບືນຕົວ,ເປີດສະພາບການເລີ່ມຕົ້ນທີ່ດີເພື່ອຂຽນປະຫວັດສາດໜ້າໃໝ່ແຫ່ງການສ້າງສາຄວາມທັນສະໄໝຂອງແຂວງຈ່ຽງຊູໃໝ່ທີ່ເສດຖະກິດເຂັ້ມແຂງ,ປະຊາຊົນຮັ່ງມີ, ສິ່ງແວດລ້ອມສວຍງາມແລະສັງຄົມມີຄວາມສິວິໄລສູງ”.

 

ຈີນໃນຖານະເປັນປະເທດໃຫຍ່ຕາເວັນອອກ,ກຳລັງແຂ່ງເວລາສູ້ຊົນພັດທະນາປະເທດໃຫ້ມີຄວາມກ້າວໜ້າສູ່ມື້.