ຊີຣີກ່າວວ່າ: ອາເມຣິກາຄວນຮັບຜິດຊອບຕໍ່ສົງຄາມລັດທິກໍ່ການຮ້າຍທີ່ຊີຣີປະສົບ

2023-03-09 11:33:59 cri


   ວັນທີ 8 ມີນານີ້ຕາມເວລາທ້ອງຖິ່ນ, ກະຊວງການຕ່າງປະເທດຊີຣີໄດ້ອອກຖະແຫຼງການ, ກ່າວປະນາມຄຳເວົ້າທີ່ກ່ຽວຂ້ອງກັບຊີຣີຂອງທ່ານອັນໂຕນີ ບລິນເຄນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາ. ກະຊວງການຕ່າງ ປະເທດຊີຣີກ່າວວ່າ, ຖ້າບໍ່ແມ່ນອາເມຣິກາແລະພັນທະມິດຂອງເຂົາໃຫ້ການສະໜັບສະໜູນດ້ານເງິນທຶນແລະອາວຸດແກ່ກຳລັງປະກອບອາວຸດຝ່າຍຄ້ານແລະອົງການກໍ່ການຮ້າຍຊີຣີ, ອົງການເຫຼົ່ານີ້ກໍຈະບໍ່ເຂັ່ນຂ້າປະຊາຊົນຊີຣີເປັນຈຳນວນຫຼວງຫຼາຍ, ແລະທຳລາຍພື້ນຖານໂຄງລ່າງແລະຄວາມສິວິໄລທາງສັງຄົມຂອງຊີຣີຕາມລຳພັງໃຈ.ຈົນມາຮອດປັດຈຸບັນ, ອາເມຣິກາຍັງຄົງລັກເອົານ້ຳມັນເຊື້ອໄຟແລະຊັບພະຍາ ກອນດ້ານສະບຽງອາຫານຂອງຊີຣີ, ພາໃຫ້ຊີຣີປະສົບຄວາມເສຍຫາຍດ້ານເສດຖະກິດມູນຄ່າ 30 ຕື້ໂດລາ, ອາເມຣິກາຕ້ອງໄຊ້ແທນຄືນ.


   ຖະແຫຼງການຂອງກະຊວງການຕ່າງປະເທດຊີຣີລະບຸວ່າ: ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາກ່າວວ່າຈະສືບຕໍ່ສະໜັບສະໜູນກຳລັງປະກອບອາວຸດ, ນີ້ເປັນການຢັ້ງຢືນເຖິງການທຳຮ້າຍຂອງອາເມຣິກາທີ່ມີຕໍ່ປະຊາຊົນຊີຣີເປັນເວລາ 12 ປີຜ່ານມາ,ອາເມຣິກາຄວນຮັບຜິດຊອບຕໍ່ສົງຄາມລັດທິກໍ່ການຮ້າຍທີ່່ປະຊາຊົນຊີຣີປະສົບຢູ່.


   ໃນຕອນທ້າຍ, ກະຊວງການຕ່າງປະເທດຊີຣີກ່າວວ່າ: ຊີຣີຄອງຄອຍໃຫ້ສ້າງໂລກທີ່ມີຫຼາຍຂົ້ວ, ເພື່ອບັນລຸຄວາມໝັ້ນຄົງ ສະຖຽນລະພາບແລະກຽດສະຫງ່າຂອງປະເທດທັງໝົດ.