ການຈຳກັດ ແລະ ກົດດັນຈະບໍ່ສາມາດສະກັດກັ້ນການພັດທະນາດ້ານວິທະຍາສາດແລະເຕັກນິກຂັ້ນສູງຂອງຈີນໄດ້

2023-03-09 16:52:38 cri

ຫວ່າງມໍ່ໆມານີ້, ອາເມຣິກາໄດ້ດັດແກ້ລະບຽບຊິບຕື່ມອີກ, ໂດຍບໍ່ພຽງແຕ່ຍຸດຕິການສະໜອງຊິບ 5G ໃຫ້ແກ່ວິສາຫະກິດວິທະຍາສາດ ແລະ ເຕັກນິກຈີນແຫ່ງໃດແຫ່ງໜຶ່ງເທົ່ານັ້ນ, ຍັງຈະຍຸດຕິການສະໜອງຊິບ 4G ແລະ ຊິບ WiFi, ນອກນັ້ນຍັງໄດ້ຈັດວິສາຫະກິດວິທະຍາສາດເຕັກນິກຈີນ 28 ແຫ່ງເຂົ້າໃນບັນຊີລາຍຊື່ຄວບຄຸມສິນຄ້າສົ່ງອອກອີກດ້ວຍ, ສາມາດເວົ້າໄດ້ວ່າການກະທຳຂອງອາເມຣິກາເປັນການກະທຳທີ່ບ່ວງບ້າ.

ອາເມຣິກາເຮັດແບບນີ້, ກໍຍ້ອນວ່າລະບຽບຊິບທີ່ອາເມຣິກາປະຕິບັດໃນໄລຍະຜ່ານມາມີຜົນສະທ້ອນບໍ່ຫຼາຍປານໃດຕໍ່ອຸດສາຫະກຳຊິບຂອງຈີນ. ຍິ່ງໄປກວ່ານັ້ນ, ຄວາມສາມາດການຜະລິດຊິບຂອງຈີນຈາກອັນດັບທີ 5 ໄດ້ຍົກສູງຂຶ້ນເປັນອັນດັບທີ 3 ຂອງໂລກ, ອັດຕາກຸ້ມຕົນເອງດ້ານຊິບຂອງຈີນໄດ້ເພີ່ມຂຶ້ນຮອດ 30%. ປັດຈຸບັນບໍລິສັດ SMIC ເຊິ່ງເປັນວິສາຫະກິດຜະລິດຊິບໃຫຍ່ທີ່ສຸດຂອງຈີນພວມເລັ່ງສ້າງໂຮງງານຜະລິດຊິບ 4 ແຫ່ງ, ຄວາມສາມາດການຜະລິດຊິບອາດຈະເພີ່ມຂຶ້ນເປັນເທົ່າໆ.

ພາຍຫຼັງອາເມຣິກາວາງ “ກົດໝາຍວ່າດ້ວຍຊິບ ແລະ ວິທະຍາສາດ” ເປັນຕົ້ນມາ, ບຸກຄົນ ແລະ ອົງການຈັດຕັ້ງໃນວົງການການຄ້າອາເມຣິກາຈຳນວນບໍ່ໜ້ອຍໄດ້ເກີດມີຄວາມກັງວົນ ແລະ ຄວາມສົງໄສ, ເຂົາເຈົ້າຊີ້ໃຫ້ເຫັນວ່າອຸດສາຫະກຳເຄິ່ງຕົວນຳຂອງອາເມຣິກາອາໄສຕ່ອງໂສ້ການສະໜອງຂອງໂລກໃນລະດັບສູງ, ການຕັດສາຍພົວພັນທາງການຄ້າກັບຈີນບໍ່ພຽງແຕ່ຝືນກັບກົດເກນການພັດທະນາດ້ານອຸດສາຫະກຳເທົ່ານັ້ນ, ຍັງຈະເຮັດໃຫ້ອາເມຣິກາຈ່າຍຕົ້ນທຶນດ້ານເສດຖະກິດ ແລະ ເຕັກນິກຢ່າງໃຫຍ່ຫຼວງອີກດ້ວຍ. ກຸ່ມບໍລິສັດໃຫ້ການເປິກສາບົສຕັນ(The Boston Consulting Group)ຫຼື BCG ຄາດຄະເນວ່າ, ຖ້າວ່າຕັດສາຍພົວພັນທາງການຄ້າກັບປະເທດຈີນຢ່າງເຖິງຖອງ, ຂະແໜງການເຄື່ອງເຄິ່ງຕົວນຳຂອງອາເມຣິກາຈະສູນເສຍອັດຕາສ່ວນແບ່ງຂອງຕະຫຼາດໂລກເຖິງ 18% ແລະເສຍລາຍຮັບ 37%, ພ້ອມກັນນັ້ນຈະຫຼຸດຕຳແໜ່ງວຽກເຮັດງານທຳດ້ານເຕັກນິກຂັ້ນສູງລົງເຖິງ 1,5 ຫາ 4 ໝື່ນຕຳແໜ່ງ.

ໃນໂອກາດໃຫ້ສຳພາດຕໍ່ນັກຂ່າວໃນຫວ່າງມໍ່ໆມານີ້, ທ່ານບິວເກ໊ດ ນັກທຸລະກິດອາເມຣິກາກ່າວວ່າ: ຄວາມພະຍາຍາມຂອງອາເມຣິກາເພື່ອຫວັງຢາກສະກັດກັ້ນປະເທດຈີນຄົ້ນຄວ້າພັດທະນາຊິບແມ່ນການກະທຳທີ່ມີຜົນ, ພຽງແຕ່ຈະເຮັດໃຫ້ອາເມຣິກາຫຼຸດຕຳແໜ່ງວຽກເຮັດງານທຳ ແລະ ຕັດຊ່ອງທາງສົ່ງອອກສິນຄ້າຂອງຕົນເທົ່ານັ້ນ. ທ່ານດາວິດ ໂກນເມນDavid P. Goldmanນັກເສດຖະສາດອາເມຣິກາກໍກ່າວວ່າ: ອາເມຣິກາຢາກຕັດສາຍພົວພັນທາງການຄ້າກັບຈີນຢ່າງເຖິງຖອງເປັນພຽງຄວາມເຟີ້ຝັນເທົ່ານັ້ນ, ການລົງໂທດຈະບໍ່ສາມາດທຳລາຍອຸດສາຫະກຳເຄິ່ງຕົວນຳຂອງຈີນໄດ້.

ໃນໄລຍະໜຶ່ງປີຜ່ານມາ, ການພັດທະນາດ້ານວິທະຍາສາດແລະເຕັກໂນໂລຊີຂອງຈີນໄດ້ຢູ່ໃນລະດັບແຖວໜ້າຫຼາຍຂະແໜງການເຊັ່ນ: ຍານອະວະກາດເສິນໂຈ່ວ 13, 14, 15 ຖືກສົ່ງຂຶ້ນສູ່ອະວະກາດຢ່າງຕໍ່ເນື່ອງ, ສະຖານີອະວະກາດຂອງຈີນສ້າງສຳເລັດຢ່າງຮອບດ້ານ; ກຳປັ່ນບັນທຸກເຮືອບິນ “ຝູໂຈ່ວ” ເຊິ່ງເປັນກຳປັ່ນບັນທຸກເຮືອບິນລຳທີ 3 ຂອງຈີນໄດ້ຖືກປ່ອຍລົງນ້ຳ; ເຮືອບິນໃຫຍ່ C919 ລຳທຳອິດໄດ້ຖືກມອບໃຫ້ລູກຄ້າຢ່າງເປັນທາງການ; “ດັດຊະນີນະວັດຕະກຳໂລກ 2022” ທີ່ອົງການຊັບສິນທາງປັນຍາໂລກເປີດເຜີຍນັ້ນສະແດງໃຫ້ເຫັນວ່າ, ການລຽງອັນດັບຂອງຈີນຈາກອັນດັບທີ 12 ເມື່ອປີ 2021 ໄດ້ຫຍັບຂຶ້ນມາເປັນອັນດັບທີ 11, ເຊິ່ງໄດ້ຫຍັບຂຶ້ນມາຢູ່ແຖວໜ້າຂອງໂລກຢ່າງລຽນຕິດໃນ 10 ປີຜ່ານມາ.

ຄວາມຈິງໄດ້ຢືນຢັນແລ້ວວ່າ, ການຈຳກັດ ແລະ ກົດດັນບໍ່ສາມາດສະກັດກັ້ນການພັດທະນາຂອງຈີນໄດ້, ກົງກັນຂ້າມພັດໄດ້ເພີ່ມຄວາມຕັດສິນໃຈ ແລະ ຄວາມສາມດາຂອງຈີນໃນການສ້າງປະເທດຕົນໃຫ້ເຂັ້ມແຂງດ້ວຍຕົນເອງ, ແລະການປະດິດສ້າງເຕັກໂນໂລຊີ. ອາເມຣິກາຢາກຮັກສາຄວາມນຳໜ້າໂລກໃນອຸດສາຫະກຳວິທະຍາສາດ ແລະ ເຕັກໂນໂລຊີຂັ້ນສູງເປັນເລື່ອງປົກກະຕິ, ແຕ່ສິ່ງສຳຄັນຄື: ອາເມຣິກາຄວນແຂ່ງຂັນຢ່າງມີຄວາມຍຸຕິທຳ, ບໍ່ຄວນໃຊ້ເຄື່ອງມືທຸກຮູບແບບເພື່ອຮັກສາສິດເປັນເຈົ້າອຳນາດດ້ານວິທະຍາສາດແລະເຕັກໂນໂລຊີ, ພ້ອມກັນນັ້ນກໍບໍ່ຄວນປົດສິດພັດທະນາຂອງປະເທດອື່ນຢ່າງເດັດຂາດ.