ຊາວໜຸ່ມຮົງກົງຈີນແນະນຳສະພາບການຟື້ນຟູຄວາມຈະເລີນຮຸ່ງເຮືອງ ແລະ ຄວາມສະຫງົບຂອງຮົງກົງໃນກອງປະຊຸມຄັ້ງທີ 52 ຂອງສະພາສິດທິມະນຸດສະຫະປະຊາຊາດ

2023-03-09 14:32:49 CRI


ວັນທີ 8 ມີນາ 2023 ນີ້, ທ່ານຫວງຈືຊ່ຽນ ຊາວໜຸ່ມຈາກເຂດບໍລິຫານພິເສດຮົງກົງຈີນ ທັງເປັນຄະນະບໍລິຫານງານສະມາຄົມສະຫະປະຊາຊາດຂອງຈີນໄດ້ປະກອບຄຳເຫັນໃນ ກອງປະຊຸມຄັ້ງທີ 52 ຂອງສະພາສິດທິມະນຸດອົງການສະຫະປະຊາຊາດ ໂດຍກ່າວວ່າ: ຮົງກົງໄດ້ຟຶ້ນຟູສະພາບທີ່ຈະເລີນຮຸ່ງເຮືອງ ແລະ ຄວາມສະຫງົບ.


ທ່ານຫວງຈືຊ່ຽນກ່າວຕື່ມວ່າ, ນັບແຕ່ຮົງກົງປະຕິບັດກົດໝາຍວ່າດ້ວຍຄວາມໝັ້ນຄົງແຫ່ງຊາດເປັນເວລາເກືອບ 3 ປີຜ່ານມາ, ຮົງກົງໄດ້ຟື້ນຟູຄວາມສະຫງົບ, ເຊິ່ງກົດໝາຍດັ່ງກ່າວໄດ້ເສີມຂະຫຍາຍບົດບາດອັນສຳຄັນໃນດ້ານການເຮັດໃຫ້ຮົງກົງຫັນຈາກຄວາມປັ່ນປ່ວນໄປສູ່ຄວາມສະຫງົບ ແລ້ວກ້າວໄປສູ່ຄວາມຈະເລີນຮຸ່ງເຮືອງ, ພ້ອມທັງການຮັບປະກັນສິດທິມະນຸດ.


ທ່ານຫວງຈືຊ່ຽນກ່າວຕື່ມອີກວ່າ, ໂດຍອີງໃສ່ທ່າແຮງພິເສດ ແລະ ການສະໜັບສະໜູນອັນດຽວດ່ຽວຂອງລັດຖະບານຈີນ, ຮົງກົງພວມດຶງດູດຜູ້ມີຄວາມຮູ້ຄວາມສາມາດ ແລະ ວິສາຫະກິດຈາກທົ່ວໂລກ; ກິດຈະກຳທາງດ້ານກິລາ ແລະ ວັດທະນະທຳຂອງຮົງກົງໄດ້ຟື້ນຟູເປັນປົກກະຕິຢ່າງຮອບດ້ານ, ການທ່ອງທ່ຽວເລີ່ມຟື້ນຕົວຄືນ, ເຊິ່ງໄດ້ສ້າງໂອກາດດ້ານທຸລະກິດອັນໃໝ່ຫຼາຍກວ່າເກົ່າໃຫ້ກັບຮົງກົງ.

 

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ