ຈຸນລະວິສາຫະກິດ 630.000 ແຫ່ງຂອງອັງກິດມີຄວາມເປັນຫ່ວງວ່າຈະລົ້ມລະລາຍໃນປີນີ້

2023-03-09 15:53:30 cri

ຫວ່າງມໍ່ໆມານີ້, ຊ່ອງໂທລະພາບ sky news ຂອງອັງກິດໄດ້ນຳເອົາຜົນການສຳຫຼວດຄັ້ງໜຶ່ງມາລາຍງານວ່າ: ອັງກິດມີວິສາຫະກິດຂະໜາດນ້ອຍແລະຈຸນລະວິສາຫະກິດປະມານ 630.000 ແຫ່ງມີຄວາມເປັນຫ່ວງວ່າ: ຍ້ອນວ່າຕົ້ນທຶນເພີ່ມສູງຂຶ້ນເລື້ອຍໆ, ວິສາຫະກິດຂອງເຂົາເຈົ້າອາດຈະລົ້ມລະລາຍ. ຕາມຂ່າວແຈ້ງໃຫ້ຮູ້ວ່າ: ການລົ້ມລະລາຍຂອງວິສາຫະກິດເຫຼົ່ານີ້ອາດຈະເຮັດໃຫ້ເສດຖະກິດຂອງອັງກິດມີຜົນເສຍຫາຍເຖິງ 12 ຕື້ປອນ ຫຼືປະມານ 2400 ຕື້ກີບ.

ຜົນການສຳຫຼວດດັ່ງກ່າວສະແດງໃຫ້ເຫັນວ່າ: ຜູ້ໃຫ້ສຳພາດ 3 ສ່ວນ 4 ເຫັນວ່າ: ວິກິດການຄ່າຄອງຊີບແມ່ນສິ່ງທ້າທາຍໃຫຍ່ທີ່ສຸດທີ່ເຂົາເຈົ້າເຄີຍປະເຊີນ, ສ່ວນລາຄາພະລັງງານເປັນສິ່ງທີ່ເຂົາເຈົ້າເປັນຫ່ວງທີ່ສຸດ. ຂ່າວແຈ້ງໃຫ້ຮູ້ຕື່ມວ່າ: ຈຸນລະວິສາຫະກິດທີ່ມີພະນັກງານບໍ່ຮອດ 10 ຄົນໄດ້ກວມເອົາ 96% ຂອງວິສາຫະກິດທັງໝົດຂອງພາກສ່ວນເອກະຊົນຢູ່ອັງກິດ, ແມ່ນເສັ້ນເລືອດຂອງວິສາຫະກິດອັງກິດ.