ຈີນສົ່ງດາວທຽມ “ທຽນຮຸ້ຍ6”A/Bຂຶ້ນສູ່ອະວະກາດຢ່າງສຳເລັດຜົນ

2023-03-10 12:04:32 cri



ເວລາ 6 ໂມງ 41 ນາທີຂອງວັນທີ 10 ມີນາ 2023 ຕາມເວລາປັກກິ່ງ, ຈີນໄດ້ນຳໃຊ້ຈະຫຼວດສົ່ງຍານ “ສາງເຈີ່ງ4C” ສົ່ງດາວທຽມ“ທຽນຮຸ້ຍ6”A/B ຂຶ້ນສູ່ອະວະກາດຢ່າງສຳເລັດຜົນຈາກສູນສົ່ງດາວທຽມໄທ້ຢວນ, ດາວທຽມທັງ ສອງດວງນີ້ໄດ້ເຂົ້າສູ່ວົງໂຄຈອນທີ່ກຳນົດໄວ້ເປັນຢ່າງດີ,ຖືວ່າ ພາລະກິດສົ່ງ ດາວທຽມຂຶ້ນສູ່ອະວະກາດຄັ້ງນີ້ໄດ້ປະສົບຜົນສຳເລັດຢ່າງຈົບງາມ.



ດາວທຽມ “ທຽນຮຸ້ຍ6”A/Bຕົ້ນຕໍແມ່ນນຳໃຊ້ເຂົ້າໃນການປະຕິບັດໜ້າທີ່ຕ່າງໆ ເຊັ່ນ: ການກວດກາວັດແທກຂໍ້ມູນພູມສາດສຳລັບແຕ້ມແຜນທີ່, ການສຳຫຼວດ ຊັບພະຍາກອນທີ່ດິນແຫ່ງຊາດ, ການຄົ້ນຄວ້າແລະທົດລອງວິທະຍາສາດ ເປັນຕົ້ນ.



ພາລະກິດສົ່ງດາວທຽມຂຶ້ນສູ່ອະວະກາດເທື່ອນີ້ແມ່ນຈະຫຼວດສົ່ງຍານ “ສາງເຈີ່ງ” ປະຕິບັດໜ້າທີ່ການບິນເທື່ອທີ 465 .