ໄຂໂຄງການຊ່ວຍເຫຼືອກໍາປູເຈຍເກັບກູ້ລະເບີດຈາກ ສປ ຈີນໄລຍະໃໝ່

2023-03-10 11:29:11 CRI

 

   ພິທີໄຂໂຄງການຊ່ວຍເຫຼືອກໍາປູເຈຍເກັບກູ້ລະເບີດຈາກ ສປ ຈີນໄລຍະໃໝ່ໄດ້ຈັດຂຶ້ນຢູ່ແຂວງຊຽມຣຽບປະເທດກຳປູເຈຍໃນວັນທີ 9 ມິນານີ້ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຫວາງເຫວີນທຽນ ເອກອັກຄະລັດຖະທູດຈີນປະຈໍາກໍາປູເຈຍ ແລະທ່ານ ຕິບານ ຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງປ້ອງກັນປະເທດກໍາປູເຈຍ.


   ໃນໂອກາດນີ້, ທ່ານ ຫວາງເຫວີນທຽນ ກ່າວວ່າ: ກໍາປູເຈຍເປັນໜຶ່ງໃນປະເທດທີ່ປະສົບກັບໄພລະເບີດໜັກໜ່ວງທີ່ສຸດຢູ່ໃນໂລກ. ນັບແຕ່ປີ 2018 ເປັນຕົ້ນມາ, ຝ່າຍຈີນໄດ້ໃຫ້ການຊ່ວຍເຫຼືອລ້າແກ່ລັດຖະບານກໍາປູເຈຍ ເພື່ອສະໜັບສະໜູນການເຄື່ອນໄຫວເກັບກູ້ລະເບີດແບບມະນຸດສະທໍາຢູ່ກໍາປູເຈຍ, ໂດຍໄດ້ເກັບກູ້ລະເບີດໃນເຂດລະເບີດຕົກຄ້າງທັງໝົດ 74,92 ກິໂລຕາແມັດ, ພົບແລະທໍາລາຍລະເບີດແລະລະເບີດບໍ່ທັນແຕກໄດ້ທັງໝົດ 70.000 ກວ່າໜ່ວຍ, ມີປະຊາຊົນກວ່າ 600.000 ຄົນໄດ້ຮັບຜົນປະໂຫຍດ.


   ທ່ານ ຕິບານ ໄດ້ຕາງໜ້າທ່ານ ຮຸນແຊນ ນາຍົກລັດຖະມົນຕີກຳປູເຈຍກໍຄືລັດຖະບານກຳປູເຈຍສະແດງຄວາມຂອບໃຈຕໍ່ຝ່າຍຈີນທີ່ໄດ້ໃຫ້ການສະໜັບສະໜູນຕໍ່ການເກັບກູ້ລະເບີດກໍຄືການເຄື່ອນໄຫວແບບມະນຸດສະທໍາອື່ນໆຂອງກໍາປູເຈຍມາໂດຍຕະຫຼອດ.