ກອງປະຊຸມເທື່ອທີ 1 ຂອງສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນຊຸດທີ 14 ຈັດກອງປະຊຸມຜ່ານທາງວິດີໂອ

2023-03-10 16:54:27 CRI

 

   ກອງປະຊຸມເທື່ອທີ 1 ຂອງສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນຊຸດທີ 14 ໄດ້ຈັດກອງປະຊຸມຜ່ານທາງວິດີໂອໃນຕອນບ່າຍຂອງວັນທີ 9 ມິນານີ້ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຫວາງຮູ້ໜີງ ກໍາມະການປະຈໍາກົມການເມືອງສູນກາງພັກຄອມມູນິດຈີນ ທັງເປັນປະທານກອງປະຊຸມຄະນະປະທານຂອງກອງປະຊຸມເທື່ອທີ 1 ຂອງສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນຊຸດທີ 14. ໃນໂອກາດນີ້, ສະມາຊິກສະພາເປິກສາການເມືອງ 13 ທ່ານໄດ້ປະກອບຄໍາເຫັນ. ສະຖານທີ່ຈັດກອງປະຊຸມຕົ້ນຕໍຂອງກອງປະຊຸມຄັ້ງນີ້ແມ່ນຈັດຢູ່ສໍານັກງານສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນ, ມີສະຖານທີ່ຈັດກອງປະຊຸມຍ່ອຍຢູ່ບ່ອນພັກຂອງສະມາຊິກສະພາເປິກສາການເມືອງ.



   ທ່ານ ສືໄທ້ເຟີງ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກຄອມມູນິດຈີນໄດ້ຮັບຟັງຄໍາເຫັນແບບເຊີ່ງໜ້າ, ຂະນະທີ່ຜູ້ຮັບຜິດຊອບຂອງພາກສ່ວນທີ່ກ່ຽວຂ້ອງຂອງລັດຖະບານໄດ້ເຂົ້າຮ່ວມກອງປະຊຸມໃນຮູບແບບວິດີໂອຕາມຄໍາເຊີນ.


   ກອງປະຊຸມຄັ້ງນີ້ໄດ້ຈັດຂຶ້ນໂດຍພາຍໃຕ້ການເປັນປະທານຂອງທ່ານ ເຫີໂຮ້ຮວາ ປະທານຜູ້ປະຈໍາການຄະນະປະທານກອງປະຂຸມຄັ້ງທີ 1 ຂອງສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນຊຸດທີ 14.