ທ່ານ ວາງຮູ້ນິງ ໄດ້ຮັບເລືອກຕັ້ງເປັນປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນຊຸດທີ 14

2023-03-10 19:08:11 cri

ກອງປະຊຸມຄັ້ງທີ 1 ສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນຊຸດທີ14 ໄດ້ຈັດກອງປະຊຸມຄົບຄະນະເທື່ອທີ 3 ຢູ່ຫໍສະພາປະຊາຊົນແຫ່ງຊາດທີ່ນະຄອນຫຼວງປັກກິ່ງໃນເວລາ 15 ໂມງຂອງວັນທີ 10 ມີນານີ້. ທ່ານ ວາງຮູ້ນິງ ໄດ້ຮັບເລືອກຕັ້ງເປັນປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນຊຸດທີ 14.

ທ່ານ ສືທ້າຍເຟີ່ງ, ທ່ານ ຮູຊຸ່ນຮວາ, ທ່ານ ເສີນເຢ້ເຢ້, ທ່ານ ວາງໂຢງ, ທ່ານ ໂຈ່ວຊຽງ, ທ່ານ ພ້າປ່າລ່າ ເກີເລ້ຍຫຼັງເຈ, ທ່ານ ເຮີເຮ້ວຮວາ, ທ່ານ ລຽງເຈີ້ນຢີ່ງ, ທ່ານ ປ່າເທີ້ເອີ, ທ່ານ ຊູ່ຮຸ່ຍ, ທ່ານ ຊ້າວຫົງ, ທ່ານ ກ່າວຢຸນຫຼົງ, ທ່ານ ເຊີນອູ, ທ່ານ ມູ້ຫົງ, ທ່ານ ຊຽນຮຸ່ຍ, ທ່ານ ວາງຕົ່ງເຟີ່ງ, ທ່ານ ຈ່ຽງຊິ້ນຈື້, ທ່ານ ຈຽງໂຈ້ຈຸ່ນ, ທ່ານ ເຮີປ້າວຊຽງ, ທ່ານ ວາງກວ່າງຊ່ຽນ, ທ່ານ ຊິນໂປໂຢງ, ທ່ານ ຈູ່ໂຢງຊິ່ນ ແລະທ່ານ ຢາງເຈີ້ນ ໄດ້ຮັບເລືອກຕັ້ງເປັນຮອງປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນຊຸດທີ 14, ທ່ານ ວາງຕົ່ງເຟີ່ງ ໄດ້ຮັບເລືອກຕັ້ງເປັນເລຂາທິການສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນຊຸດທີ 14.