ເບລາຣູຊີມີແຜນຈະສຳເລັດຂັ້ນຕອນເຂົ້າເປັນປະເທດສະມາຊິກອົງການຮ່ວມມືຊຽງໄຮ້ກ່ອນເດືອນມິຖຸນາປີນີ້

2023-03-10 15:14:48 cri

 ວັນທີ 9 ມີນານີ້, ທ່ານອາເລັກຊານເດີ ລູຄາເຊັນໂຄ ປະທານາທິບໍດີ ເບລາຣູຊີ ໄດ້ກ່າວຢືນຢັນຢູ່ນະຄອນຫຼວງມິນສ໌ກ໌ວ່າ: ເບລາຣູຊີມີແຜນຈະສຳ ເລັດຂັ້ນຕອນເຂົ້າເປັນປະເທດສະມາຊິກອົງການຮ່ວມມືຊຽງໄຮ້ກ່ອນເດືອນມິຖຸນາປີນີ້.

ທ່ານລູຄາເຊັນໂຄກ່າວວ່າ: ໃນຖານະເປັນປະເທດສັງເກດການຂອງອົງການ ຮ່ວມມືຊຽງໄຮ້, ເບລາຣູຊີກຳລັງປະຕິບັດລະບຽບການຕາມກົດໝາຍທີ່ກ່ຽວຂ້ອງ ເພື່ອເຂົ້າເປັນປະເທດສະມາຊິກທາງການຂອງອົງການຮ່ວມມືຊຽງໄຮ້ຕາມກົດໝາຍ. ເບລາຣູຊີມີແຜນຈະສຳເລັດຂັ້ນຕອນເຂົ້າເປັນປະເທດສະມາຊິກອົງການຮ່ວມມືຊຽງໄຮ້ກ່ອນກອງປະຊຸມສຸດຍອດອົງການດັ່ງກ່າວຈັດຂຶ້ນຢູ່ອິນເດຍໃນປີນີ້.