ສະພາການຄ້າຈີນ-ອາຊຽນເຫັນວ່າ ການຄ້າຈີນ-ອາຊຽນໄດ້ເສີມຂະຫຍາຍບົດບາດເປັນເສົາຄ້ຳຂອງການຄ້າແຕ່ລະຝ່າຍ

2023-03-10 12:13:21 cri

ອົງການພາສີຈີນໄດ້ເປີດເຜີຍຕົວເລກສະຖິຕິຫຼ້າສຸດສະແດງໃຫ້ເຫັນວ່າ: ນັບແຕ່ເດືອນມັງກອນຫາເດືອນກຸມພາປີນີ້, ມູນຄ່າການຄ້າລະຫວ່າງຈີນກັບອາຊຽນໄດ້ບັນລຸເຖິງ951ຕື້930ລ້ານຢວນ, ເພີ່ມຂຶ້ນ 9,6%ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນໄລຍະດຽວກັນ, ຍອດມູນຄ່າການຄ້າກັບຕ່າງປະເທດຂອງຈີນບັນລຸ6.180 ຕື້ຢວນ, ຫຼຸດລົງ 0,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ທ່ານສູໜິງໜິງ ປະທານບໍລິຫານງານສະພາການຄ້າຈີນ-ອາຊຽນ, ປະທານຄະນະກຳມະການຮ່ວມມືດ້ານອຸດສາຫະກຳ RCEPໄດ້ໃຫ້ຮູ້ໃນເວລາໃຫ້ສຳພາດຕໍ່ສື່ມວນຊົນວ່າ: ໃນໄລຍະ3ປີຜ່ານມານີ້, ຈີນແລະອາຊຽນເປັນຄູ່ການຄ້າໃຫຍ່ທີ່ສຸດຂອງກັນແລະກັນ. ການຄ້າຈີນ-ອາຊຽນໄດ້ເສີມຂະຫຍາຍບົດບາດສຳຄັນທີ່ເປັນເສົາຄ້ຳຂອງການຄ້າແຕ່ລະຝ່າຍ.


 ທ່ານສູໜິງໜິງໃຫ້ຮູ້ຕື່ມວ່າ: ນັບແຕ່ເດືອນມັງກອນຫາເດືອນກຸມພາປີນີ້, ມູນຄ່າການຄ້າລະຫວ່າງຈີນກັບອາຊຽນໄດ້ກວມ 15,4%ຂອງຍອດມູນຄ່າການຄ້າຕ່າງປະເທດຂອງຈີນ, ໄດ້ເພີ່ມຂຶ້ນ1,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.