ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 6 ຈັດງານນຳສະເໜີຄັ້ງທຳອິດຢູ່ຮົງກົງຈີນ

2023-03-10 16:57:02 CRI


ຫວ່າງບໍ່ດົນມານີ້, ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 6 ໄດ້ຈັດງານນຳສະເໜີຄັ້ງທຳອິດຢູ່ຮົງກົງຈີນ. ໃນງານດັ່ງກ່າວ, ອົງການຈັດຕັ້ງ ແລະ ວິສາຫະກິດຫຼາຍແຫ່ງຂອງຮົງກົງທີ່ຈະເຂົ້າຮ່ວມງານວາງສະແດງໄດ້ເຊັນສັນຍາເຂົ້າຮ່ວມງານວາງສະແດງ, ເຊິ່ງເນື້ອທີ່ການວາງສະແດງມີຫຼາຍກວ່າ 6.000 ຕາແມັດ.


ວັນທີ 8 ມີນາ 2023 ນີ້, ທ່ານຊຸ່ນໄຫເສີງ ຮອງຫົວໜ້າກົມວາງສະແດງສິນຄ້າສາກົນຈີນ, ປະທານຄະນະບໍລິຫານສູນວາງສະແດງແຫ່ງຊາດ(ຊຽງໄຮ້)ກ່າວວ່າ, ຮົງກົງແມ່ນພາກສ່ວນເຂົ້າຮ່ວມທີ່ສຳຄັນໃນງານວາງສະແດງສິນຄ້ານຳເຂົ້າສາກົນຈີນ, ໃນ ງານວາງສະແດງ 5 ຄັ້ງທີ່ຜ່ານມາ, ຈຳນວນ ແລະເນື້ອທີ່ການວາງສະແດງຂອງວິສາຫະກິດຮົງກົງລ້ວນແຕ່ຢູ່ໃນລະດັບແຖວໜ້າ, ຄອງຄອຍວິສາຫະກິດຮົງກົງຈຳນວນຫຼາຍສືບຕໍ່ລົງເລິກເຂົ້າຮ່ວມງານວາງສະແດງສິນຄ້ານຳເຂົ້າສາກົນຈີນ, ນຳເອົາຜະລິດຕະພັນ, ເຕັກໂນໂລຊີ ແລະການບໍລິການຫຼ້າສຸດ ແລະ ດີເດັ່ນທີ່ສຸດມາສູ່ງານວາງສະແດງ.


ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 6 ຈະຈັດຂຶ້ນຢູ່ນະຄອນຊຽງໄຮ້ລະຫວ່າງວັນທີ 5 ຫາ 10 ພະຈິກປີນີ້.