ຜູ້ແທນ ແລະ ສະມາຊິກແມ່ຍິງ ເຮັດວຽກໃນກອງປະຊຸມສອງສະພາ ມີລັກສະນະພິເສດຄືແບບນີ້

2023-03-10 17:02:41 cri

    ໃນກອງປະຊຸມສອງສະພາແຕ່ລະປີ, ຕ້ອງມີຜູ້ແທນ ແລະ ສະມາຊິກແມ່ຍິງທີ່ມາຈາກຂົງເຂດຕ່າງໆໃນທົ່ວປະເທດເຂົ້າຮ່ວມ ເຊິ່ງໄດ້ເພີ່ມສີສັນອີກຢ່າງໜຶ່ງໃຫ້ແກ່ກອງປະຊຸມອັນຍິ່ງໃຫຍ່. ພວກເຂົາເຈົ້າບາງຄົນກັບມາຈາກການສຳຫຼວດຄົ້ນຄວ້າຕາມນາສວນ ໂດຍນຳເອົາຄວາມປາດຖະໜາຂອງຊາວກະສິກອນ; ບາງຄົນແມ່ນເຮັດວຽກຢູ່ຮາກຖານ ແລະໄດ້ນາມມະຍົດວ່າ “ນາຍົກຂອງທາງຮ່ອມນ້ອຍ” ໂດຍເປັນກະບອກສຽງໃຫ້ແກ່ປະຊາຊົນ... ພວກເຂົາເຈົ້າມາຈາກຂະແໜງການຕ່າງໆ, ເອົາໃຈໃສ່ຊີວິດການເປັນຢູ່ຂອງປະຊາຊົນ, ຕອບຮັບຄວາມສົນໃຈຈາກສັງຄົມ, ຊຸກຍູ້ສັງຄົນໃຫ້ກ້າວໄປໜ້າ... ມື້ນີ້ ກໍຈະເລົ່າເລື່ອງລາວການປະຕິບັດວຽກງານຂອງພວກເຂົາເຈົ້າສູ່ທ່ານຟັງ.

 


    ທ່ານນາງ ຫຼ້ານຮຸ້ຍ ຜູ້ຫາວິທີດຶງດູດນັກວິຊາການກັບເມືອກໍ່ສ້າງບ້ານເກີດເມືອງນອນ.

    ບ້ານທ່ຽນຊ່ານປາວ, ເມືອງປົກຄອງຕົນເອງເຜົ່າຖູເຈ່ຍ-ເຜົ່າມົ້ງຢິວຢາງ, ນະຄອນຈຸ່ງກິ່ງທາງພາກຕາເວັນຕົກສຽງໃຕ້ຂອງຈີນ ມີພູຂຽວອຸ່ມທຸ່ມ ນ້ຳໃສສະອາດ, ທັງມີຊັບພະຍາກອນທີ່ເປັນເອກະລັກ, ແຕ່ຍ້ອນວ່າການຄົມມະນາຄົມບໍ່ສະດວກ, ເສດຖະກິດຈຶ່ງພັດທະນາຊ້າຫຼາຍ. ໃນເວລາຫຼາຍປີຜ່ານມາ, ຊາວໜຸ່ມ ແລະຄົນໄວກາງຄົນ ສ່ວນຫຼາຍລ້ວນແຕ່ໄປເຮັດວຽກຢູ່ຕ່າງຖິ່ນ, ໃນບ້ານທ່ຽນຊ່ານປາວ ເຫຼືອແຕ່ຜູ້ເຖົ້າຜູ້ແກ່, ແມ່ຍິງ ແລະເດັກນ້ອຍ.

    9 ປີກ່ອນ, ນາງ ຫຼ້ານຮຸ້ຍ ໄດ້ຮັບເລືອກຕັ້ງເປັນຫົວໜ້າຄະນະກຳມະການບ້ານທ່ຽນຊ່ານປາວ. ເລື່ອງທຳອິດທີ່ນາງນຳພາຊາວບ້ານທັງຫຼາຍພະຍາຍາມເຮັດ ເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກນັ້ນ ກໍແມ່ນສ້າງທາງຫຼວງ.

    ທາງຫຼວງສ້າງສຳເລັດແລ້ວ, ນາສວນແບບລະບົບນິເວດກໍໄດ້ສ້າງຂຶ້ນ, ຊາວບ້ານທ່ຽນຊ່ານປາວໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກແລ້ວ, ຊາວໜຸ່ມຫຼາຍຄົນກໍກັບເມືອບ້ານເກີດເພື່ອສ້າງທຸລະກິດຂອງຕົນ, ບ້ານທ່ຽນຊ່ານປາວ ໄດ້ມີໂສມໜ້າໃໝ່ອ່ຽມ. ປີ 2018, ນາງ ຫຼ້ານຮຸ້ຍ ໄດ້ຮັບເລືອກຕັ້ງເປັນຜູ້ແທນສະພາປະຊາຊົນແຫ່ງຊາດຈີນຢ່າງມີກຽດ. ເພື່ອຈັດຕັ້ງປະຕິບັດໜ້າທີ່ຂອງຜູ້ແທນສະພາປະຊາຊົນຢ່າງແທ້ຈິງ, ນາງໄດ້ລົງເລິກສຳຫຼວດຄົ້ນຄວ້າບັນຫາຕ່າງໆເຊັ່ນ: ການຍ້າຍເຮືອນໄປບ່ອນທີ່ມີເງື່ອນໄຂດີ, ການສ້າງອຸດສາຫະກຳເພື່ອສ້າງຄວາມຮັ່ງມີເປັນຕົ້ນ, ຂໍ້ສະເໜີຂອງນາງ ໄດ້ຮັບຄວາມສົນໃຈໃນລະດັບສູງຈາກພາກສ່ວນທີ່ກ່ຽວຂ້ອງ ຂອງລັດແລະ ໄດ້ຮັບການຊຳລະແກ້ໄຂຢ່າງຈິງຈັງ.

    ປີນີ້, ທ່ານນາງ ຫຼ້ານຮຸ້ຍ ໄດ້ຮັບເລືອກຕັ້ງເປັນຜູ້ແທນສະພາປະຊາຊົນອີກສະໄໝໜຶ່ງ. ນາງເວົ້າວ່າ: ການທີ່ເຮັດໃຫ້ການປັບປຸງ ແລະ ຂະຫຍາຍຜົນງານການຫຼຸດພົ້ນອອກຈາກຄວາມທຸກຍາກໃຫ້ໝັ້ນຄົງ ເຊື່ອມຕໍ່ກັບການສ້າງຊົນນະບົດໃຫ້ຈະເລີນຢ່າງມີປະສິດທິຜົນນັ້ນ ມີຄວາມໝາຍສຳຄັນຍິ່ງ ແລະ ເປັນຈຸດທີ່ຕ້ອງພະຍາຍາມໃນວຽກງານຂອງຕົນ.

 

 


    ທ່ານນາງ ຈ່າງຈວິ່ນພີງ ຜູ້ຄຸ້ມຄອງບໍລິຫານກຸ່ມເຂດຊຸມຊົນຂະໜາດໃຫຍ່

    ທ່ານນາງ ຈ່າງຈວິ່ນພີງ ເຮັດວຽກຢູ່ກຸ່ມເຂດຊຸມຊົນຄ່າງເຊີງຂອງເມືອງໝີນຮາງ, ນະຄອນຊຽງໄຮ້, ເພິ່ນໄດ້ນາມມະຍົດວ່າ “ນາຍົກຂອງທາງຮ່ອມນ້ອຍ” ຕະຫຼອດເວລາ 10 ປີຢູ່ຄ່າງເຊີງ ທີ່ເປັນກຸ່ມເຂດຊຸມຊົນໃຫຍ່ກວ່າໝູ່ຂອງຊຽງໄຮ້. ກຸ່ມເຂດຊຸມຊົນຄ່າງເຊີງກວມເນື້ອທີ່ປະມານ 1 ຕາຕະລາງກິໂລແມັດ, ມີປະຊາກອນເກືອບ 36.000 ຄົນ, ຕຶກອາຄານ 256 ຫຼັງ, ໂຮງຮຽນ 3 ຫຼັງ, ຕະຫຼາດ 4 ແຫ່ງ, ໂຮງລ້ຽງຜູ້ເຖົ້າ 1 ແຫ່ງ, ທັງມີສາຍລົດເມ 2 ສາຍ ເໝືອນດັ່ງເມືອງນ້ອຍແຫ່ງໜຶ່ງ.

    ປີ 2012, ທ່ານນາງ ຈ່າງຈວິ່ນພີງ ມີອາຍຸ 35 ປີ ໃນເວລາຫາກໍ່ມາຮອດເຂດຄ່າງເຊີງ, ແຫ່ງນີ້ເກີດມີບັນຫາຫຼາຍ, ປະຊາຊົນຈົ່ມວ່າເລື້ອຍໆ. ຈ່າງຈວິ່ນພີງ ຕັດສິນໃຈປ່ຽນແປງສະພາບການແບບນີ້.

    ນາງໄປສຳຫຼວດເຂດຊຸມຊົນແຕ່ລະແຫ່ງ, ໄປລົມກັບປະຊາຊົນແຕ່ລະຄົນ ເພື່ອຮັບຟັງຄວາມເຫັນ ແລະ ຂໍ້ສະເໜີຕ່າງໆຂອງພວກເຂົາເຈົ້າ, ທັງໄດ້ສ້າງຕັ້ງຄະນະກຳມະການເຈົ້າຂອງເຮືອນແຫ່ງໃໝ່, ປັບປຸງສິ່ງກໍ່ສ້າງປ້ອງກັນຄວາມປອດໄພຂອງເຂດຊຸມຊົນ, ຕັ້ງກ້ອງວົງຈອນປິດ 2400 ກວ່າອັນ, ທັງໄດ້ສ້ອມແປງລະບົບລັອກປະຕູແບບອັດສະລິຍະໃຫ້ດີ.

    ໃນຊຸມປີມໍ່ໆມານີ້, ທ່ານນາງ ຈ່າງຈວິ່ນພີງ ໄດ້ສ້າງພື້ນທີ່ສາທາລະນະຕ່າງໆ ເຊັ່ນ: ເວທີເກັບເອົາຂໍ້ສະເໜີຂອງປະຊາຊົນ, ຫ້ອງການເປິກສາຫາລືສາທາລະນະທີ່ໃຫ້ປະຊາຊົນເຂົ້າຮ່ວມ, ສ້າງຄວາມສະດວກໃຫ້ປະຊາຊົນເພື່ອມີຊ່ອງທາງໃນການປະກອບຄໍາຄິດເຫັນ, ຮັບຟັງຄວາມຮຽກຮ້ອງຕ້ອງການຂອງປະຊາຊົນເປັນປະຈຳ. ຊຸກຍູ້ໃຫ້ແກ້ໄຂບັນຫາຕ່າງໆຢ່າງເໝາະສົມເຊັ່ນ: ການຄຸ້ມຄອງບໍລິຫານເຂດຊຸມຊົນ, ການຂີດແບ່ງປະເພດຂີ້ເຫຍື້ອ, ຈອດລົດ ແລະບັນຫາຍາກອື່ນໆ.

    ການເຮັດວຽກຢູ່ຮາກຖານເປັນເວລາ 20 ປີ, ທ່ານນາງ ຈ່າງຈວິ່ນພີງ ໄດ້ຮັບເລືອກຕັ້ງເປັນສະມາຊິກສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນໃນປີນີ້. ໃນກອງປະຊຸມສອງສະພາເທື່ອນີ້, ທ່ານນາງ ຈ່າງຈວິ່ນພີງ ໄດ້ລົງເລິກຄວາມສົນໃຈເລື່ອງຄຸ້ມຄອງສັງຄົມ, ໂດຍສະເໜີວ່າ: ຕ້ອງເຄົາລົບນ້ຳໃຈປະດິດສ້າງຂອງປະຊາຊົນກ່ອນໝູ່, ເອົາໃຈໃສ່ການສ້າງກົນໄກ, ຜູ້ມີຄວາມຮູ້ຄວາມສາມາດ ແລະເຂດທີ່ໝັ້ນດ້ານການຄຸ້ມຄອງບໍລິຫານຂັ້ນຮາກຖານ.