ຈັດກອງປະຊຸມຄົບຄະນະເທື່ອທີ3ຂອງກອງປະຊຸມຄັ້ງທີ1ສະພາປະຊາຊົນແຫ່ງຊາດຈີນຊຸດທີ14

2023-03-10 11:23:41 cri



 ເວລາ9ໂມງຂອງວັນທີ10ມີນານີ້, ກອງປະຊຸມຄັ້ງທີ1ສະພາປະຊາຊົນແຫ່ງຊາດຈີນຊຸດທີ14ໄດ້ຈັດກອງປະຊຸມຄົບຄະນະເທື່ອທີ3ຢູ່ຫໍສະພາປະຊາຊົນແຫ່ງຊາດທີ່ນະຄອນຫຼວງປັກກິ່ງ,ກອງປະຊຸມຄັ້ງທີ1ສະພາປະຊາຊົນແຫ່ງຊາດຈີນຊຸດທີ14 ໄດ້ຈັດກອງປະຊຸມຄົບຄະນະເທື່ອທີ3ຢູ່ຫໍສະພາປະຊາຊົນແຫ່ງຊາດທີ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງແລະຜູ້ນຳທ່ານອື່ນໆໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້.


    ກອງປະຊຸມໄດ້ລົງຄະແນນສຽງຜ່ານຮັບຮອງຂໍ້ຕົກລົງວ່າດ້ວຍຮ່າງແຜນການປະຕິຮູບກົງຈັກລັດຖະບານ ໂດຍໄດ້ເຫັນດີອະນຸມັດຮ່າງແຜນການສະບັບນີ້. ໄດ້ລົງຄະແນນສຽງຜ່ານຮັບຮອງວິທີການເລືອກຕັ້ງແລະຕົກລົງແຕ່ງຕັ້ງຕຳແໜ່ງໃນກອງປະຊຸມຄັ້ງທີ1ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ14. ໄດ້ລົງຄະແນນສຽງຜ່ານຮັບຮອງບັນຊີລາຍຊື່ຫົວໜ້າຜູ້ຕິດຕາມນັບບັດເລືອກຕັ້ງແລະຜູ້ຕິດຕາມນັບບັດຂອງກອງປະຊຸມຄັ້ງທີ1ສະພາປະຊາຊົນແຫ່ງຊາດຈີນຊຸດທີ14.



ທ່ານສີຈິ້ນຜິງ ໄດ້ຮັບເລືອກຕັ້ງເປັນປະທານປະເທດ ສາທາລະນະລັດ ປະຊາຊົນຈີນ, ປະທານຄະນະກຳມະການການທະຫານສູນກາງ ສາທາລະນະລັດ ປະຊາຊົນຈີນ ດ້ວຍຄະແນນສຽງເຫັນດີ100%.

   ທ່ານຫານເຈີ້ງ ໄດ້ຮັບເລືອກຕັ້ງເປັນຮອງປະທານປະເທດສາທາລະນະລັດ ປະຊາຊົນຈີນ ແລະທ່ານຈ້າວເລີ້ຈີ້ ໄດ້ຮັບເລືອກຕັ້ງເປັນປະທານສະພາປະຊາຊົນແຫ່ງຊາດຈີນຊຸດທີ14.

ທທ່ານຫຼີຫົງຈົ່ງ, ທ່ານຫວາງຕຸ່ງໝິງ, ທ່ານຊ່ຽວເຈ, ທ່ານເຈີ້ງຈ້ຽນປ່າງ, ທ່ານຕິ່ງຈົ້ງຫຼີ, ທ່ານຫ້າວໝິງຈິ່ນ,ທ່ານໄຊ້ຕາເຟີ່ງ, ທ່ານເຫີເຫວີຍ, ທ່ານອູເຫວີຍຮວາ, ທ່ານເທໜິງ, ທ່ານເຜີງຊິງຮວາ, ທ່ານຈ່າງຊີ້ງເຫວີຍ, ທ່ານໂລ້ຊ່າງຈ່ຽງຊຸນ, ທ່ານເສເຄີໄລຕີ ຈາເຄີຣ ໄດ້ຮັບເລືອກຕັ້ງເປັນຮອງປະທານສະພາປະຊາຊົນ ແຫ່ງຊາດຈີນຊຸດທີ14. ທ່ານຫຼິວສີ ໄດ້ຮັບເລືອກຕັ້ງເປັນເລຂາທິການຄະນະກຳມະການປະຈຳສະພາປະຊາຊົນແຫ່ງຊາດຈີນຊຸດທີ14.

ທ່ານສີຈິ້ນຜິງປະທານປະເທດຈີນ,ປະທານຄະນະກຳມະການການທະຫານສູນກາງຈີນພ້ອມດ້ວຍຜູ້ນຳທ່ານອື່ນໆທີ່ຫາກໍໄດ້ຮັບເລືອກຕັ້ງໄດ້ສາບານຕົວຂຶ້ນຮັບຕຳແໜ່ງຕໍ່ໜ້າລັດຖະທຳມະນູນ.