ຫຼາຍຝ່າຍຍ້ອງຍໍຊົມເຊີຍຈີນທີ່ຊຸກຍູ້ອາຣັບບີຊາອຸດິດແລະອີຣານຟື້ນຟູສາຍພົວພັນທາງການທູດ

2023-03-11 13:42:47 cri



   ວັນທີ 10 ມີນານີ້, ສາທາລະນະລັດປະຊາຊົນຈີນ, ລາຊະອານາຈັກອາຣັບບີຊາອຸດິດ,ສາທາລະນະລັດອິສລາມອີຣານໄດ້ອອກຖະແຫຼງການຮ່ວມຢູ່ນະຄອນຫຼວງປັກກິ່ງປະເທດຈີນ ໂດຍສາມປະເທດໄດ້ປະກາດວ່າ: ອາຣັບບີຊາອຸດິດແລະອີຣານໄດ້ເຊັນສັນ ຍາສະບັບໜຶ່ງເຊິ່ງມີເນື້ອໃນລວມເຖິງການເຫັນດີໃຫ້ຟື້ນຟູສາຍພົວພັນທາງການທູດສອງຝ່າຍ, ເປີດສະຖານທູດແລະສຳນັກງານ ຜູ້ຕາງໜ້າຂອງແຕ່ລະຝ່າຍຄືນໃໝ່ຊ້າສຸດພາຍໃນສອງເດືອນເພື່ອວາງແຜນແຕ່ງຕັ້ງເອກອັກຄະລັດຖະທູດຂອງກັນແລະກັນ ພ້ອມທັງເປິກສາຫາລືການເພີ່ມທະວີການພົວພັນລະຫວ່າງສອງຝ່າຍ. 3 ປະເທດຢືນຢັນວ່າ ຍິນດີສຸມຄວາມພະຍາຍາມທຸກຢ່າງເພື່ອເພີ່ມທະວີສັນຕິພາບແລະຄວາມໝັ້ນຄົງໃນສາກົນແລະພາກພື້ນ.

ສອງຝ່າຍອາຣັບບີຊາອຸດິດແລະອີຣານໄດ້ຢືນຢັນສະແດງຄວາມຊົມເຊີຍແລະຂອບໃຈຕໍ່ຈີນທີ່ໄດ້ເສີມຂະຫຍາຍບົດບາດອັນຕັ້ງໜ້າເຂົ້າໃນການຊຸກຍູ້ໃຫ້ສອງຝ່າຍຟື້ນຟູສາຍພົວພັນທາງການທູດ.ເຈົ້າໜ້າທີ່ອາຣັບບີຊາອຸດິດກ່າວຢືນຢັນວ່າ, ຂໍ້ລິເລີ່ມທີ່ສະເໜີໂດຍຜູ້ນຳຈີນແມ່ນໄດ້ຍຶດໝັ້ນຫຼັກການມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ດີ, ສົ່ງເສີມຄວາມໝັ້ນຄົງແລະສະຖຽນລະພາບຂອງພາກພື້ນກໍຄືຂອງໂລກ. ເຈົ້າໜ້າທີ່ອີຣານກ່າວວ່າ: ຈີນໄດ້ເສີມຂະຫຍາຍບົດບາດທີ່ມີລັກສະນະສ້າງສັນໃນການສະໜັບສະໜູນປະເທດອື່ນເສີມຂະຫຍາຍສາຍພົວພັນດ້ານການຮ່ວມມືແລະການພັດທະນາ.

ທ່ານອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດໄດ້ອອກຖະແຫຼງການຜ່ານໂຄສົກຂອງທ່ານໂດຍສະແດງຄວາມຊົມເຊີຍຕໍ່ອາຣັບບີຊາອຸດິດແລະອີຣານຟື້ນຟູສາຍພົວພັນທາງການທູດລະຫວ່າງສອງປະເທດ, ພ້ອມທັງສະແດງຄວາມຂອບໃຈນຳຈີນທີ່ໄດ້ຊຸກຍູ້ໃຫ້ການສົນທະນາລະຫວ່າງສອງປະເທດໃຫ້ເກີດຜົນເປັນຈິງ. ທ່ານກູເຕີເຣັດສຢືນຢັນວ່າ ມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ດີລະຫວ່າງອາຣັບບີຊາອຸດິດກັບອີຣານຈະມີຜົນດີຕໍ່ການຊຸກຍູ້ສະຖຽນລະພາບຂອງເຂດອ່າວເປີເຊຍ.