ທ່ານປະທານສີຈິ້ນຜິງສະເໜີຊື່ທ່ານຫຼີສຽງດຳລົງຕຳແໜ່ງນາຍົກລັດຖະມົນຕີຈີນ

2023-03-11 10:40:46 cri

ອີງຕາມລັດຖະທຳມະນູນ, ທ່ານສີຈິ້ນຜິງ ປະທານປະເທດຈີນ ໄດ້ສະເໜີຊື່ທ່ານຫຼີສຽງດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີຈີນ. ໃນກອງປະຊຸມຄົບຄະນະຂອງກອງປະຊຸມຄັ້ງທີ 1 ສະພາປະຊາຊົນແຫ່ງຊາດຈີນຊຸດທີ 14 ທີ່ຈັດຂຶ້ນໃນຕອນເຊົ້າວັນທີ 11 ມີນານີ້ ໄດ້ຜ່ານເອກະສານສະເໜີຊື່ຂອງທ່ານປະທານສີຈິ້ນຜິງ.