ການຈຳໜ່າຍປີ້ເຂົ້າຊົມງານມະຫະກຳກິລາໂອລິມປິກປາຣີໃນໄລຍະທຳອິດໄດ້ສິ້ນສຸດລົງ, ທັງໝົດໄດ້ຈຳໜ່າຍ 3.250.000 ໃບ

2023-03-11 11:31:50 cri


ຫວ່າງມໍ່ໆນີ້, ການຈຳໜ່າຍປີ້ເຂົ້າຊົມງານມະຫະກຳກິລາໂອລິມປິກປາຣີໃນໄລຍະທຳອິດໄດ້ສິ້ນສຸດລົງ, ວັນທີ 9 ມີນານີ້, ຄະນະກຳມະການຈັດງານໄດ້ປະກາດສະພາບການລະອຽດກ່ຽວກັບການຈຳໜ່າຍປີ້ເຂົ້າຊົມໃນໄລຍະທຳອິດ, ເຊິ່ງໄດ້ຈຳໜ່າຍປີ້ເຂົ້າຊົມທັງໝົດ 3.250.000 ໃບ.


ຕາມສະຖິຕິຂອງຄະນະກຳມະການຈັດງານ, ໃນການຈຳໜ່າຍປີ້ເຂົ້າຊົມໄລຍະທຳອິດ, ມີຜູ້ຊົມຈາກ 158 ປະເທດແລະເຂດແຄ້ວນໄດ້ຊື້ປີ້, ໃນນັ້ນ, ຜູ້ຊົມ 2 ສ່ວນ 3 ມາຈາກຝະຣັ່ງທີ່ເປັນເຈົ້າພາບຈັດງານ.


ນັບລວມແລ້ວ, ງານມະຫະກຳກິລາໂອລິມປິກປາຣີຈະຈຳໜ່າຍປີ້ເຂົ້າຊົມການແຂ່ງຂັນ 10 ລ້ານປີ້, ໃນນັ້ນ ມີ 80% ຈະຂາຍໃຫ້ຜູ້ຊົມທຳມະດາໂດຍກົງ. ວັນທີ 15 ມີນານີ້, ກໍ່ຄືມື້ນັບເວລາຖອຍຫຼັງ 500 ວັນແຫ່ງການຈັດງານມະຫະກຳກິລາໂອລິມປິກປາຣີ, ຄະນະກຳມະການຈັດງານຈະເລີ່ມຈຳໜ່າຍປີ້ເຂົ້າຊົມໃນໄລຍະທີ 2 . ນອກນັ້ນ, ປີ້ເຂົ້າຊົມພິທີເປີດແລະພິທີປິດງານກໍ່ຈະເລີ່ມຈຳໜ່າຍໃນໄລຍະທີ2 ເຊັ່ນດຽວກັນ.