ຈັດກອງປະຊຸມຄົບຄະນະເທື່ອທີ 4 ຂອງກອງປະຊຸມຄັ້ງທີ1ສະພາປະຊາຊົນແຫ່ງຊາດຈີນຊຸດທີ14

2023-03-11 12:21:00 cri

ເວລາ 9 ໂມງຂອງວັນທີ 11 ມີນານີ້, ກອງປະຊຸມຄັ້ງທີ 1 ສະພາປະຊາຊົນແຫ່ງຊາດຈີນຊຸດທີ14 ໄດ້ຈັດກອງປະຊຸມຄົບຄະນະເທື່ອທີ 4 ຢູ່ຫໍສະພາປະຊາຊົນແຫ່ງຊາດທີ່ນະຄອນຫຼວງປັກກິ່ງ.

ຜ່ານການລົງຄະແນນສຽງໃນກອງປະຊຸມດັ່ງກ່າວ ໄດ້ຕົກລົງເຫັນດີໃຫ້ທ່ານຫຼີສຽງ ດຳລົງຕຳແໜ່ງ ເປັນນາຍົກລັດຖະມົນຕີແຫ່ງ ສປ ຈີນ, ຕົກລົງເຫັນດີໃຫ້ທ່ານຈ່າງໂຢ້ເຊຍ ແລະທ່ານເຫີເວີ້ຍຕົ່ງເປັນຮອງປະທານຄະນະກຳມະການການທະຫານສູນກາງຈີນ, ຕົກລົງເຫັນດີໃຫ້ທ່ານຫຼີຊ້າງຟູ, ທ່ານຫຼີວເຈີ້ນລີ້, ທ່ານໝຽວຮວາ ແລະທ່ານຈ່າງເຊີ່ງໝິນເປັນກຳມະການຄະນະກຳມະການການທະຫານສູນກາງຈີນ, ທ່ານຫຼິວຈິ່ນໂກໄດ້ຮັບເລືອກຕັ້ງເປັນປະທານຄະນະກຳມະການກວດກາແຫ່ງລັດ, ທ່ານຈ່າງຈວິ່ນໄດ້ຮັບເລືອກຕັ້ງເປັນປະທານສານປະຊາຊົນສູງສຸດ, ທ່ານຢີ່ງຢົງເປັນປະທານອົງການໄອຍະການປະຊາຊົນສູງສຸດ.

ຕອນເຊົ້າມື້ດຽວກັນ, ການນຳແຕ່ລະທ່ານທີ່ຫາກໍໄດ້ຮັບເລືອກຕັ້ງໄດ້ສາບານຕົວຂຶ້ນຮັບຕຳແໜ່ງຕໍ່ໜ້າລັດຖະທຳມະນູນ.