ກະຊວງວັດທະນະທຳ ແລະທ່ອງທ່ຽວຈີນໄດ້ປະກາດບັນຊີລາຍຊື່ປະເທດຊຸດທີ 2ສຳລັບຟື້ນຟູການທ່ອງທ່ຽວຕ່າງປະເທດແບບເປັນກຸ່ມ

2023-03-11 16:15:45 cri


    ວັນທີ 10 ມີນານີ້, ກະຊວງວັດທະນະທຳ ແລະທ່ອງທ່ຽວຈີນໄດ້ອອກແຈ້ງການວ່າດ້ວຍການທົດລອງຟື້ນຟູໃຫ້ບໍລິສັດທ່ອງທ່ຽວເປີດບໍລິການພົນລະເມືອງຈີນໄປທ່ຽວປະເທດທີ່ກ່ຽວຂ້ອງແບບເປັນກຸ່ມ ຊຸດທີ 2, ໂດຍລະບຸວ່າ: ນັບແຕ່ວັນທີ 15 ມີນາ 2023 ເປັນຕົ້ນໄປ, ຈະທົດລອງຟື້ນຟູໃຫ້ບໍລິສັດທ່ອງທ່ຽວ ແລະບໍລິສັດທ່ອງທ່ຽວອອນລາຍເປີດບໍລິການພົນລະເມືອງຈີນໄປທ່ຽວປະເທດທີ່ກ່ຽວຂ້ອງ(ຊຸດທີ 2)  ແລະບໍລິການປີ້ຍົນ+ໂຮງແຮມ. ນັບແຕ່ວັນທີ 10 ມີນານີ້ເປັນຕົ້ນໄປ, ບໍລິສັດທ່ອງທ່ຽວ ແລະບໍລິສັດທ່ອງທ່ຽວອອນລາຍສາມາດດຳເນີນວຽກງານກະກຽມ, ເຊັ່ນ: ນຳສະເໜີ,ໂຄສະນາຜະລິດຕະພັນ ແລະອື່ນໆ.

    ບັນຊີລາຍຊື່ປະເທດຊຸດທີ 2 ສຳລັບຟື້ນຟູການທ່ອງທ່ຽວຕ່າງປະເທດແບບເປັນກຸ່ມມີ 40 ປະເທດ, ລວມທັງເນປານ, ບຣູໄນ, ຫວຽດນາມ, ມົງໂກລີ, ອີຣານເປັນຕົ້ນ.

    ກ່ອນໜ້ານີ້, ກະຊວງວັດທະນະທຳ ແລະທ່ອງທ່ຽວຈີນໄດ້ປະກາດບັນຊີລາຍຊື່ປະເທດຊຸດທຳອິດສຳລັບທົດລອງການຟື້ນຟູການທ່ອງທ່ຽວ ແລະບໍລິການທີ່ກ່ຽວຂ້ອງໂດຍລວມມີ 20 ປະເທດ, ເຊັ່ນ: ລາວ, ກຳປູເຈຍ, ໄທ, ມະເລເຊຍ ແລະອື່ນໆ.