ທ່ານສີຈິ້ນຜິງລົງນາມໃນລັດຖະດຳລັດ ແຕ່ງຕັ້ງທ່ານຫຼີສຽງເປັນນາຍົກລັດຖະມົນຕີຈີນ

2023-03-11 11:23:56 cri

ຜ່ານການລົງຄະແນນສຽງຂອງກອງປະຊຸມຄົບຄະນະເທື່ອທີ4ຂອງກອງປະຊຸມຄັ້ງທີ 1 ສະພາປະຊາຊົນແຫ່ງຊາດຈີນ ຊຸດທີ 14 ທີ່ຈັດຂຶ້ນໃນຕອນເຊົ້າວັນທີ 11 ມີນານີ້, ໄດ້ຕົກລົງເຫັນດີໃຫ້ທ່ານຫຼີສຽງດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີແຫ່ງສປຈີນ.

ທ່ານສີຈິ້ນຜິງ ປະທານປະເທດຈີນ ໄດ້ລົງນາມໃນລັດຖະດຳລັດແຕ່ງຕັ້ງທ່ານຫຼີສຽງເປັນນາຍົກລັດຖະມົນຕີແຫ່ງສປຈີນ.