ທະນາຄານ SVB ອາເມຣິກາປະກາດລົ້ມລະລາຍ

2023-03-11 12:56:33 cri

 

    ວັນທີ 10 ມີນານີ້, ໂດຍອີງຕາມຖະແຫຼງການທີ່ປະກາດໂດຍບໍລິສັດປະກັນໄພເງິນຝາກສະຫະລັດອາເມຣິກາ ຫຼື FDIC, ພະແນກປ້ອງກັນ ແລະປະດິດສ້າງດ້ານການເງິນລັດຄາລີໂຟເນຍອາເມຣິກາໄດ້ປະກາດປິດທະນາຄານຊີລິຄອນ ວາລີ ຫຼື SVB, ທັງໄດ້ແຕ່ງຕັ້ງໃຫ້ບໍລິສັດ FDIC ເປັນຜູ້ບໍລິຫານວຽກງານລົ້ມລະລາຍ.

    ເພື່ອປ້ອງກັນເງິນຝາກຂອງຜູ້ຊື້ປະກັນໄພ, ບໍລິສັດ FDIC ໄດ້ສ້າງທະນາຄານປະກັນໄພເງິນຝາກແຫ່ງຊາດ, ໃນຂະນະທີ່ປິດທະນາຄານ SVB, ບໍລິສັດ FDIC ຈະເປັນຜູ້ຮັບໜ້າທີ່ບໍລິຫານຕໍ່ ແລະຕ້ອງໂອນເງິນຝາກສຳລັບຊື້ປະກັນໄພທັງໝົດທີ່ຢູ່ທະນາຄານ SVB ນັ້ນ ເຂົ້າສູ່ທະນາຄານປະກັນໄພເງິນຝາກແຫ່ງຊາດໃນທັນທີ.