ລັດຖະມົນຕີການຕ່າງປະເທດຣັດເຊຍກ່າວວ່າ: ຖ້ອຍຄວາມໃໝ່ກ່ຽວກັບເຫດການລະເບີດທໍ່ສົ່ງອາຍແກັສທຳມະຊາດ “Nord Stream” ຂອງສື່ມວນຊົນຕາເວັນຕົກແມ່ນບໍ່ມີຫຼັກຖານອ້າງອີງແຕ່ປະການໃດ

2023-03-11 14:39:16 cri


ໂດຍແນໃສ່ສື່ມວນຊົນຕາເວັນຕົກຈຳນວນໜຶ່ງປ່າວຖ້ອຍຄວາມໃໝ່ວ່າ: ແມ່ນ “ຝ່າຍເຂົ້າຂ້າງອູແກຣນ” ໄດ້ກໍ່ເຫດການລະເບີດທໍ່ສົ່ງອາຍແກັສທຳມະຊາດ “Nord Stream”, ວັນທີ 10 ມີນານີ້, ທ່ານເຊີເກ ລັຟລົຟ, ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍກ່າວວ່າ, ຖ້ອຍຄວາມແບບນີ້ແມ່ນບໍ່ມີຫຼັກຖານອ້າງອີງແຕ່ປະການໃດ.


ໃນເວລາໃຫ້ສຳພາດຕໍ່ສື່ມວນຊົນຣັດເຊຍ, ທ່ານລັຟລົຟກ່າວວ່າ, ໂດຍແນໃສ່ເຫດການລະເບີດທໍ່ສົ່ງອາຍແກັສທຳມະຊາດ “Nord Stream”,ສື່ມວນຊົນຕາເວັນຕົກເຄີຍລາຍງານວ່າ, ມີແຕ່ກຳລັງລະດັບປະເທດເທົ່ານັ້ນຈຶ່ງຈະສາມາດສຳເລັດການເຄື່ອນໄຫວທີ່ສັບສົນແບບນີ້. ທ່ານເຫັນວ່າ, ການລາຍງານຂ່າວກ່ຽວກັບ “ຝ່າຍເຂົ້າຂ້າງອູແກຣນ” ໄດ້ກໍ່ເຫດການລະເບີດທໍ່ສົ່ງອາຍແກັສທຳມະຊາດ “Nord Stream” ນັ້ນ ແມ່ນບໍ່ມີຫຼັກຖານອ້າງອີງແຕ່ປະການໃດ, ພາໃຫ້ຄົນເກີດຄວາມສົງໄສ. ພ້ອມກັນນັ້ນ, ທ່ານລັຟລົຟໄດ້ສະແດງຄວາມເສຍດາຍຕໍ່ລັດຖະບານເຢຍລະມັນທີ່ໄດ້ຮັບເອົາສະພາບຄວາມເປັນຈິງທີ່ທໍ່ສົ່ງອາຍແກັສທຳມະຊາດ “Nord Stream” ຖືກທຳລາຍ ແລະເສຍຄ່າຕອບແທນຢ່າງໃຫຍ່ຫຼວງເພື່ອຊອກຫາພະລັງງານທົດແທນ.