ປະເທດຕ່າງໆສະແດງຄວາມຊົມເຊີຍຕໍ່ອາຣັບບີ ຊາອູດິດ ແລະ ອີຣານຟື້ນຟູສາຍພົວພັນທາງການທູດ

2023-03-12 12:31:44 cri


ວັນທີ 10 ມີນານີ້, ສາທາລະນະລັດປະຊາຊົນຈີນ, ລາຊະອານາຈັກອາຣັບບີຊາອຸດິດ, ສາທາລະນະລັດອິສລາມອີຣານໄດ້ອອກຖະແຫຼງການຮ່ວມຢູ່ນະຄອນຫຼວງປັກກິ່ງປະເທດຈີນ ໂດຍປະກາດວ່າ: ອາຣັບບີຊາອຸດິດ ແລະ ອີຣານໄດ້ບັນລຸສັນຍາສະບັບໜຶ່ງ ເຊິ່ງມີເຊື້ອໃນລວມທັງສອງຝ່າຍເຫັນດີຟື້ນຟູສາຍພົວພັນທາງການທູດ, ເປີດສະຖານເອກອັກຄະລັດຖະທູດ ແລະ ສຳນັກງານຕົວແທນຂອງແຕ່ລະຝ່າຍຄືນໃໝ່ພາຍໃນໄລຍະເວລາບໍ່ເກີນສອງເດືອນ, ແຕ່ງຕັ້ງເອກອັກຄະລັດຖະທູດຂອງກັນແລະກັນ, ພ້ອມທັງເປິກສາຫາລືການເສີມສ້າງສາຍພົວພັນລະຫວ່າງສອງຝ່າຍ. 3 ປະເທດຍິນດີສຸມຄວາມພະຍາຍາມທຸກຢ່າງເພື່ອເພີ່ມທະວີສັນຕິພາບ ແລະ ຄວາມໝັ້ນຄົງໃນສາກົນ ແລະ ພາກພື້ນ.

ຫຼາຍປະເທດ ເຊັ່ນ: ຊີຣີ, ຊອກດານີ, ເອມີເຣດ ອາຣັບ, ອີຣັກ ແລະ ປະເທດອື່ນໆຕ່າງກໍສະແດງຄວາມຊົມເຊີຍຕໍ່ອາຣັບບີ ຊາອູດິດ ແລະ ອີຣານຟື້ນຟູສາຍພົວພັນທາງການທູດ.

ນອກນີ້, ວັນທີ 11 ມີນານີ້ຕາມເວລາທ້ອງຖິ່ນ, ສະຫະພາບເອີຣົບໄດ້ອອກຖະແຫຼງການ ໂດຍສະແດງຄວາມຊົມເຊີຍຕໍ່ອາຣັບບີ ຊາອູດິດ ແລະ ອີຣານບັນລຸສັນຍາກ່ຽວກັບການຟື້ນຄູ່ສາຍພົວພັນທາງການທູດ ແລະ ຫວັງວ່າສັນຍາດັ່ງກ່າວຈະໄດ້ຮັບການປະຕິບັດເປັນຢ່າງດີ.