ທະນາຄານ SVB ປິດກິດຈະການ ເຊິ່ງສ່ອງແສງໃຫ້ເຫັນເຖິງຜົນກະທົບຈາກການຂຶ້ນອັດຕາດອກເບ້ຍຢ່າງແຮງຂອງອາເມຣິກາ

2023-03-12 15:44:09 CRI

ວັນທີ 10 ມີນານີ້, ສຳນັກງານປ້ອງກັນແລະປະດິດສ້າງໃໝ່ທາງການທະນາຄານຂອງລັດກາລີຟໍເນຍອາເມຣິກາປະກາດວ່າ: ໄດ້ເຂົ້າຄຸ້ມຄອງທະນາຄານ SVB ຕາມກົດໝາຍ ແລະ ແຕ່ງຕັ້ງບໍລິສັດປະກັນໄພເງິນຝາກທະນາຄານສະຫະລັດອາເມຣິກາເປັນຝ່າຍຄຸ້ມຄອງເພື່ອຊຳລະສະສາງທະນາຄານ SVB, ສາຍເຫດແມ່ນຍ້ອນວ່າສະພາບເງິນຄ່ອງ ແລະ ຄວາມສາມາດການຊຳລະໜີ້ຂອງທະນາຄານ SVB ບໍ່ພຽງພໍແລ້ວ. ນີ້ແມ່ນເຫດການທະນາຄານປິດການດຳເນີນທຸລະກິດທີ່ໃຫຍ່ທີ່ສຸດຂອງອາເມຣິກາ ນັບແຕ່ເດືອນກັນຍາປີ 2008 ເປັນຕົ້ນມາ.


ນັກວິເຄາະເຫັນວ່າ, ທະນາຄານ SVB ປິດກິດຈະການ ໄດ້ສ່ອງແສງໃຫ້ເຫັນເຖິງຜົນກະທົບທາງລົບຈາກການຂຶ້ນອັດຕາດອກເບ້ຍຢ່າງແຮງຂອງທະນາຄານກາງອາເມຣິກາ. ທະນາຄານກາງອາເມຣິກາຂຶ້ນອັດຕາດອກເບ້ຍຢ່າງຫຼວງຫຼາຍພາຍໃນເວລາອັນສັ້ນ ໄດ້ເຮັດໃຫ້ລາຄາພັນທະບັດຕົກຕ່ຳລົງ, ເງິນຝາກທະນາຄານຫຼຸດລົງໄວເກີນໄປ ແລະ ຕົ້ນທຶນການລະດົມທຶນຂອງທະນາຄານທຸລະກິດເພີ່ມຂຶ້ນ. ກ່ອນໜ້ານີ້, ບໍລິສັດປະກັນໄພເງິນຝາກທະນາຄານສະຫະລັດເຄີຍກ່າວເຕືອນວ່າ: ອັດຕາດອກເບ້ຍໃນປັດຈຸບັນ ອາດຈະສ້າງຜົນກະທົບອັນໜັກໜ່ວງຕໍ່ຂະແໜງການທະນາຄານ, ທະນາຄານທຸລະກິດ ແລະ ສະຖາບັນການເງິນອື່ນໆຂອງອາເມຣິກາ ອາດຈະປະສົບຄວາມເສຍຫາຍເຖິງ 620 ຕື້ໂດລາສະຫະລັດ ຍ້ອນຈຳໜ່າຍ ຫຼື ມີຜະລິດຕະພັນການທະນາຄານຫຼາຍຊະນິດ.