ກອງປະຊຸມເທື່ອທີ 1 ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 14 ຈັດກອງປະຊຸມຄົບຄະນະຄັ້ງທີ 5

2023-03-12 15:43:11 CRI

ເວລາ 9 ໂມງເຊົ້າຂອງວັນທີ 12 ມີນານີ້, ກອງປະຊຸມເທື່ອທີ 1 ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 14 ໄດ້ຈັດກອງປະຊຸມຄົບຄະນະຄັ້ງທີ 5 ຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ ໂດຍຈະໄດ້ຕົກລົງບັນຊີລາຍຊື່ຮອງນາຍົກລັດຖະມົນຕີ, ທີ່ປຶກສາແຫ່ງລັດ, ລັດຖະມົນຕີຂອງບັນດາກະຊວງ, ປະທານຂອງຄະນະກຳມະການຕ່າງໆ, ຜູ້ວ່າການທະນາຄານປະຊາຊົນຈີນ, ຫົວໜ້າອົງການກວດສອບແຫ່ງລັດ ແລະ ຫົວໜ້າຄະນະເລຂາທິການລັດຖະບານ.


ຕອນບ່າຍມື້ດຽວກັນ, ຈະຈັດກອງປະຊຸມຄະນະຜູ້ແທນຕ່າງໆ, ຄົ້ນຄວ້າພິຈາລະນາຮ່າງມະຕິ 6 ສະບັບ ຄື: ບົດລາຍງານວຽກງານລັດຖະບານ, ແຜນການປະຈຳປີ, ງົບປະມານປະຈຳປີ, ບົດລາຍງານວຽກງານຂອງຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນ, ບົດລາຍງານວຽກງານຂອງສານປະຊາຊົນສູງສຸດ ແລະ ບົດລາຍງານວຽກງານຂອງອົງການໄອຍະການປະຊາຊົນສູງສຸດ.