ໄອຍະການມາເລເຊຍຮ້ອງຟ້ອງອະດີດນາຍົກລັດຖະມົນຕີໃນຂໍ້ຫ້າຮັບສິນບົນແລະຟອກເງິນ

2023-03-12 15:15:13 CRI

ວັນທີ 10 ມີນານີ້, ເຈົ້າໜ້າທີ່ໄອຍະການມາເລເຊຍໄດ້ຮ້ອງຟ້ອງທ່ານມູຮີດິນ ອະດີດນາຍົກລັດຖະມົນຕີປະເທດຕົນ ໃນຂໍ້ຫາຮັບສິນບົນ, ໃຊ້ອຳນາດເກີນຂອບເຂດ, ຟອກເງິນ ແລະອື່ນໆ ຢ່າງເປັນທາງການ. ຜູ້ພິພາກສາສານທ້ອງຖິ່ນກົວລາລຳເປີ ທີ່ເປັນສານຮັບດຳເນີນຄະດີດັ່ງກ່າວ ຕັດສິນຈະເລີ່ມໄຕ່ສວນຄະດີໃນເດືອນພຶດສະພາປີນີ້.

ອີງຕາມກົດໝາຍທີ່ກ່ຽວຂ້ອງຂອງມາເລເຊຍ, ຖ້າສານຕັດສິນທ່ານມູຮີດິນກະທຳຜິດກົດໝາຍ, ທ່ານຈະໄດ້ຮັບໂທດສູງສຸດຈຳຄຸກ 20 ປີ ແລະ ຖືກປັບໃໝເທົ່າກັບຈຳນວນເງິນໃນຄະດີ 5 ເທົ່າ.

ທ່ານມູຮີດິນປະຕິເສດທຸກຂໍ້ຫາ. ຜູ້ພິພາກສາຮັບດຳເນີນຄະດີ ໄດ້ອະນຸມັດໃຫ້ທ່ານມູຮີດິນປະກັນຕົວ ແລະ ລໍຖ້າການພິພາກສາ ໂດຍມີເງື່ອນໄຂອາຍັດໜັງສືຜ່ານແດນຂອງທ່ານ ແລະ ຕ້ອງຈ່າຍຄ່າປະກັນ 2 ລ້ານຣິງກິດ.

ທ່ານມີຮີດິນ ປີນີ້ອາຍຸ 75 ປີ, ເຄີຍເປັນນາຍົກລັດຖະມົນຕີມາເລເຊຍລະຫວ່າງ ເດືອນມີນາປີ 2020-ສິງຫາປີ 2021. ທ່ານເປັນອະດີດນາຍົກລັດຖະມົນຕີມາເລເຊຍຜູ້ທີສອງ ທີ່ຖືກຮ້ອງຟ້ອງໃນຂໍ້ຫາສໍ້ລາດບັງຫຼວງ ຫຼັງຈາກທ່ານໂມຮາເມັດ ນາຈິບ ອັບດຸນ ຣາຊັກ.