ມາຈາກປະຊາຊົນ

2023-03-12 16:25:23 CRI


    ວັນທີ 10 ມີນານີ້, ກອງປະຊຸມຄັ້ງທີ 1 ສະພາປະຊາຊົນແຫ່ງຊາດຈີນຊຸດທີ 14 ໄດ້ຈັດກອງປະຊຸມຄົບຄະນະເທື່ອທີ3ຢູ່ຫໍສະພາປະຊາຊົນ ແຫ່ງຊາດທີ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ໄດ້ຮັບເລືອກຕັ້ງເປັນປະທານປະເທດ ສາທາລະນະລັດ ປະຊາຊົນຈີນ, ປະທານຄະນະກຳມະການການທະຫານສູນກາງ ສາທາລະນະລັດ ປະຊາຊົນຈີນ ດ້ວຍຄະແນນສຽງເຫັນດີ 100% ແລະໄດ້ສາບານຕົວຂຶ້ນຮັບຕຳແໜ່ງຕໍ່ໜ້າລັດຖະທຳມະນູນ.


    ທ່ານສີຈິ້ນຜິງກ່າວວ່າ: ຕະຫຼອດໄລຍະທີ່ຜ່ານມາ, ພວກເຮົາໄດ້ອາໄສປະຊາຊົນຢ່າງແໜ້ນແຟ້ນ ໂດຍໄດ້ໃຫ້ຄຳຕອບທີ່ສາມາດບັນທຶກເຂົ້າໃນປະຫວັດສາດຄັ້ງແລ້ວຄັ້ງເລົ່າ. ໂດຍມຸ່ງໜ້າໄປສູ່ອະນາຄົດ, ພວກເຮົາຍັງຄົງຕ້ອງອາໄສປະຊາຊົນເພື່ອສ້າງພາລະກິດທີ່ຍິ່ງໃຫຍ່ອັນໃໝ່ໃນປະຫວັດສາດ.