ປະຊາຊົນຍີ່ປຸ່ນໂຮມຊຸມນຸມປະທ້ວງແຜນການປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ

2023-03-12 15:44:54 CRI

ວັນທີ 10 ມີນານີ້ຕາມເວລາທ້ອງຖິ່ນ, ປະຊາຊົນຍີ່ປຸ່ນໄດ້ໂຮມຊຸມນຸມຢູ່ໜ້າປະຕູກະຊວງເສດຖະກິດແລະອຸດສາຫະກຳຍີ່ປຸ່ນ ໂດຍຊູຄຳຂວັນ “ຢ່າປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ ແລະອື່ນໆ ເພື່ອປະທ້ວງລັດຖະບານຍີ່ປຸ່ນ ແລະ ບໍລິສັດພະລັງງານໄຟຟ້າໂຕກຽວກຽມຈະປ່ອຍນ້ຳປົນເປື້ອນລັງສີນິວເຄລຍຂອງໂຮງໄຟຟ້ານິວເຄລຍ 1 ຟູຄູຊີມະລົງສູ່ທະເລ.


ເດືອນເມສາປີ 2021, ລັດຖະບານຍີ່ປຸ່ນຕົກລົງຈະປ່ອຍນ້ຳປົນເປື້ອນລັງສີຮ້ອຍກວ່າໂຕນໃນໂຮງໄຟຟ້ານິວເຄລຍ 1 ຟູຄູຊີມະລົງສູ່ທະເລໃນລະດູບານໃໝ່ປີ 2023 ຫຼັງຈາກບໍາບັດ ແລະ ຫຼຸດຄວາມເຂັ້ມຂຸ້ນ. ພາຍຫຼັງແຜນການປ່ອຍນ້ຳປົນເປື້ອນລັງສີນິວເຄລຍດັ່ງກ່າວຖືກເປີດເຜີຍແລ້ວ, ຖືກອົງການຈັດຕັ້ງທາງສັງຄົມພາຍໃນປະເທດຍີ່ປຸ່ນ ເຊັ່ນ: ອົງການຈັດຕັ້ງການປະມົງ ຄັດຄ້ານມາໂດຍຕະຫຼອດ. ແຕ່ລັດຖະບານຍີ່ປຸ່ນບໍ່ເອົາຫົວຊາຕໍ່ການຄັດຄ້ານຈາກພາຍໃນປະເທດ ແລະ ສາກົນ ແລະ ກ່າວໃນວັນທີ 13 ມັງກອນປີນີ້ວ່າ: ຈະເລີ່ມປ່ອຍນ້ຳປົນເປື້ອນລັງສີນິວເຄລຍຂອງໂຮງໄຟຟ້ານິວເຄລຍ 1 ຟູຄູຊີມະລົງສູ່ທະເລຫຼັງໄດ້ຮັບການບຳບັດ  “ລະຫວ່າງລະດູບານໃໝ່ ແລະ ລະດູຮ້ອນປີນີ້”.