ຄາດວ່າປະຊາກອນຫວຽດນາມຈະເກີນຮ້ອຍລ້ານຄົນເມື່ອຮອດກາງເດືອນເມສາປີນີ້

2023-03-12 15:16:48 CRI

ອົງການສະຖິຕິແຫ່ງຊາດຫວຽດນາມໄດ້ເປີດເຜີຍຕົວເລກ ໂດຍສະແດງໃຫ້ເຫັນວ່າ: ໂດຍຄາດຄະເນຕາມອັດຕາການເຕີບໂຕສະເລ່ຍຂອງປະຊາກອນປະເທດຕົນໃນຊຸມປີຜ່ານມາ, ປະຊາກອນປະເທດຕົນຈະເພີ່ມຂຶ້ນຮອດຮ້ອຍລ້ານຄົນເມື່ອຮອດກາງເດືອນເມສາປີນີ້.

ອີງຕາມເວັບໄຊໂທລະພາບ VTC ຫວຽດນາມ ລາຍງານໃຫ້ຮູ້ໃນວັນທີ 11 ມີນານີ້ວ່າ, ອີງຕາມຕົວເລກຂໍ້ມູນຈາກອົງການສະຖິຕິແຫ່ງຊາດຫວຽດນາມໃຫ້ຮູ້ວ່າ: ຮອດເວລາ 24:00 ໂມງຂອງວັນທີ 1 ເມສາປີ 2022, ຫວຽດນາມມີປະຊາກອນ 99,2 ລ້ານຄົນ. ໂດຍຄາດຄະເນຕາມຈັງຫວະການເຕີບໂຕສະເລ່ຍຂອງປະຊາກອນໃນຊຸມປີຜ່ານມາ, ຫວຽດນາມຈະກາຍເປັນປະເທດທີ 15 ທີ່ມີປະຊາກອນຫຼາຍກວ່າຮ້ອຍລ້ານຄົນ ເມື່ອຮອດກາງເດືອນເມສາປີນີ້ ແລະ ກໍແມ່ນປະເທດທີ 3 ໃນອາຊີຕາເວັນອອກສຽງໃຕ້ທີ່ມີປະຊາກອນຫຼາຍກວ່າຮ້ອຍລ້ານຄົນ ເຊິ່ງອີກສອງປະເທດແມ່ນອິນໂດເນເຊຍ ແລະ ຟິລິບປິນ.

ອົງການສະຖິຕິແຫ່ງຊາດຫວຽດນາມກ່າວວ່າ: ພາຍໃຕ້ສະພາບການແຂ່ງຂັນເສດຖະກິດໃນທົ່ວໂລກ, ປະເທດຕ່າງໆລ້ວນແຕ່ຖືເອົາຊັບພະຍາກອນມະນຸດເປັນເຄື່ອງມືທີ່ສຳຄັນໃນການຍົກສູງຄວາມສາມາດການແຂ່ງຂັນຂອງປະເທດຕົນ, ປະຊາກອນຫວຽດນາມໄດ້ເພີ່ມຂຶ້ນຮອດຮ້ອຍລ້ານຄົນ ຈະເປັນປະໂຫຍດຕໍ່ການຍົກສູງຄວາມສາມາດການແຂ່ງຂັນຂອງຕົນ. ນີ້ຈະເປັນຂີດໝາຍທີ່ສຳຄັນແລະເປັນທີ່ພາກພູມໃຈ ໂດຍຈະເປັນປະໂຫຍດຕໍ່ການຍົກສູງຖານະບົດບາດຂອງຫວຽດນາມບົນເວທີສາກົນ.