ນັກຂ່າວ CGTN ສຳພາດທ່ານຊີມົວ ເຮິສ ນັກຂ່າວອາວຸໂສຜູ້ເປີດເຜີຍເຫດການທຳລາຍທໍ່ສົ່ງແກັສທຳມະຊາດນອດສະຕຣິມ

2023-03-12 12:37:18 cri

ໃນຕົ້ນເດືອນກຸມພາ 2023, ທ່ານຊີມົວ ເຮິສ ນັກຂ່າວອາວຸໂສສືບສວນຫາຄວາມຈິງຂອງອາເມຣິກາໄດ້ເປີດເຜີຍຜົນການສຳຫຼວດຂອງຕົນ ໂດຍຊີ້ໃຫ້ເຫັນວ່າ: ທໍ່ສົ່ງແກັສທຳມະຊາດນອດສະຕຣິມແມ່ນຖືກອົງການຂ່າວລັບ ແລະ ກອງທັບອາເມຣິກາທຳລາຍຢ່າງປິດລັບ.

ແຕ່ວ່າໃນວັນທີ 7 ມີນານີ້, ໜັງສືພິມ “ນິວຢອກທາມສ໌” ຂອງອາເມຣິກາ,  ໜັງສືພິມ “ເດີທາມສ໌” ຂອງອັງກິດ ແລະ ສື່ມວນຊົນເຢຍລະມັນຫຼາຍແຫ່ງພັດຮ່ວມກັນລາຍງານຢ່າງກະທັນຫັນວ່າ: ແມ່ນກຸ່ມໃກ້ຊິດກັບອູແກຣນກໍ່ເຫດລະເບີດທຳລາຍທໍ່ສົ່ງແກັສທຳມະຊາດດັ່ງກ່າວ.

ໂດຍຜະເຊີນກັບອັນທີ່ເອີ້ນວ່າ “ຂ່າວໃໝ່” ທີ່ເປີດເຜີຍໂດຍສື່ມວນຊົນປະເທດຕາເວັນຕົກ, ທ່ານຊີມົວ ເຮິສ ໄດ້ໃຫ້ສຳພາດຕໍ່ນັກຂ່າວ CGTN ຈີນ ໂດຍກ່າວວ່າ: ສື່ມວນຊົນປະເທດຕາເວັນຕົກເຮັດແບບນີ້ກໍເພື່ອຫັນເຫຄວາມສົນໃຈເທົ່ານັ້ນ, ເພາະວ່າອູແກຼນບໍ່ມີຄວາມສາມາດໃນການກໍ່ເຫດລະເບີດທຳລາຍທໍ່ສົ່ງແກັສທຳມະຊາດນອດສະຕຣິມ.

ທ່ານຊີມົວ ເຮິສ ກ່າວຕື່ມວ່າ: ນະໂຍບາຍການຕ່າງປະເທດຂອງລັດຖະບານອາເມຣິກາຊຸດນີ້ຈັ່ງແມ່ນໂງ່ອີຫຼີ, ເຂົາເຈົ້າສ້າງສະຕູໄປທົ່ວໂລກ. ສາມາດເວົ້າໄດ້ວ່າ, ລັດທິເຈົ້າອຳນາດແບບອາເມຣິກາໄດ້ປະສົບຄວາມຫຼົ້ມເຫຼວແລ້ວ, ຂ້າພະເຈົ້າເອງກໍຄັດຄ້ານລັດທິເຈົ້າອຳນາດແບບນີ້ເຊັ່ນດຽວກັນ.