ປິດກອງປະຊຸມຄັ້ງທີ 1 ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 14

2023-03-13 11:39:48 cri


ກອງປະຊຸມຄັ້ງທີ 1 ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 14 ໄດ້ຈັດພິທີປິດໃນເວລາ 9 ໂມງຂອງວັນທີ 13 ມີນານີ້.


ໃນພິທີປິດ, ໄດ້ລົງຄະແນນສຽງຮັບຮອງມະຕິກ່ຽວກັບບົດລາຍງານວຽກງານຂອງລັດຖະບານ. ລົງຄະແນນສຽງຮັບຮອງຂໍ້ຕົກລົງກ່ຽວກັບການດັດແກ້ກົດໝາຍວ່າດ້ວຍນິຕິບັນຍັດ, ລົງຄະແນນສຽງຮັບຮອງມະຕິກ່ຽວກັບ ສະພາບການປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດປີ 20223, ອະນຸມັດແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດປີ 2023. ໄດ້ຮັບຮອງມະຕິກ່ຽວກັບສະພາບການປະຕິບັດງົບປະມານສູນກາງແລະທ້ອງຖິ່ນປີ 2022 ກັບງົບປະມານສູນກາງແລະທ້ອງຖິ່ນປີ 2023, ໄດ້ອະນຸມັດງົບປະມານສູນກາງປີ 2023. ໄດ້ລົງຄະແນນສຽງຮັບຮອງມະຕິກ່ຽວກັບບົດລາຍງານວຽກງານຂອງຄະນະກຳມະການປະຈຳສະພາປະຊາຊົນແຫ່ງຊາດຈີນ, ມະຕິກ່ຽວກັບບົດລາຍງານວຽກງານຂອງສານປະຊາຊົນສູງສຸດ, ແລະມະຕິກ່ຽວກັບບົດລາຍງານວຽກງານຂອງອົງການໄອຍະການປະຊາຊົນສູງສຸດ.