ທ່ານສີຈິ້ນຜິງກ່າວວ່າ: ໄມ້ຕໍ່ແຮງທີ່ສ້າງປະເທດໃຫ້ເຂັ້ມແຂງ ແລະຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດຈີນໄດ້ຕົກຢູ່ໃນຮຸ່ນຂອງພວກເຮົາຕາມປະຫວັດສາດ

2023-03-13 15:03:32 cri

 

ວັນທີ 13 ມີນານີ້, ກອງປະຊຸມຄັ້ງທີ 1 ຂອງສະພາປະຊາຊົນແຫ່ງຊາດຈີນເຊິ່ງເປັນອົງການອຳນາດແຫ່ງຊາດສູງສຸດຂອງຈີນຊຸດທີ 14 ໄດ້ປິດລົງຢ່າງຈົບງາມຢູ່ນະຄອນຫຼວງປັກກິ່ງ. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນໄດ້ກ່າວປາໄສໃນພິທີປິດວ່າ: ໄມ້ຕໍ່ແຮງທີ່ສ້າງປະເທດໃຫ້ເຂັ້ມແຂງ ແລະຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດຈີນໄດ້ຕົກຢູ່ໃນຮຸ່ນຂອງພວກເຮົາຕາມປະຫວັດສາດ.

 

ທ່ານສີຈິ້ນຜິງກ່າວຕື່ມວ່າ: ປະຊາຊາດຈີນໄດ້ສ້າງຜົນງານທີ່ມີກຽດສະຫງ່ານັບບໍ່ຖ້ວນ ແລະໄດ້ປະສົບກັບຄວາມທໍລະມານຢ່າງຫຼວງຫຼາຍໃນປະຫວັດສາດ. ພາຍຫຼັງພັກຄອມມູນິດຈີນສ້າງຕັ້ງຂຶ້ນ, ໄດ້ນຳພາປະຊາຊົນບັນດາເຜົ່າສາມັກຄີກັນ, ຜ່ານການຕໍ່ສູ້ໃນຮອບຮ້ອຍປີ, ລົບລ້າງຄວາມອັບປະຍົດຂອງຊາດ, ເຮັດໃຫ້ປະຊາຊົນກາຍເປັນເຈົ້າຂອງຊາຕາກຳຂອງຕົນ, ປະຊາຊາດຈີນໄດ້ບັນລຸການກ້າວກະໂດດຄັ້ງຍິ່ງໃຫຍ່ຈາກການລຸກຢືນຂຶ້ນ, ຮັ່ງມີຂຶ້ນ ຈົນຮອດເຂັ້ມແຂງຂຶ້ນ, ການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນໄດ້ເຂົ້າສູ່ຂະບວນການປະຫວັດສາດທີ່ຕ່າວປິ້ນຄືນບໍ່ໄດ້. ພວກເຮົາຕ້ອງບັນລຸຜົນສຳເລັດທີ່ບໍ່ເຮັດໃຫ້ຍຸກສະໄໝ, ປະຫວັດສາດ ແລະປະຊາຊົນຜິດຫວັງ, ປະກອບສ່ວນເຂົ້າໃນການຊຸກຍູ້ການສ້າງສາປະເທດທີ່ເຂັ້ມແຂງ ແລະຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດຈີນ.