ທ່ານສີຈິ້ນຜິງ: ປະຕິບັດພາລະໜ້າທີ່ຕາມລັດຖະທຳມະນູນຢ່າງຊື່ສັດ, ບໍ່ເຮັດໃຫ້ປະຊາຊົນຜິດຫວັງ

2023-03-13 12:04:07 CRI

 

ຕາມຂ່າວCRI: ວັນທີ 13 ມີນານີ້, ກອງປະຊຸມເທື່ອທີ 1 ຂອງສະພາປະຊາຊົນແຫ່ງຊາດຈີນເຊິ່ງເປັນອົງການອຳນາດແຫ່ງຊາດສູງສຸດຂອງຈີນຊຸດທີ 14 ໄດ້ປິດລົງຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ.

 

ທ່ານສີຈິ້ນຜິງ, ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນໄດ້ກ່າວໃນພິທີປິດກອງປະຊຸມຄັ້ງນີ້ວ່າ: ກອງປະຊຸມຄັ້ງນີ້ໄດ້ເລືອກຕັ້ງຂ້າພະເຈົ້າສືບຕໍ່ດຳລົງຕຳແໜ່ງເປັນປະທານປະເທດສາທາລະນະລັດປະຊາຊົນຈີນ, ຂ້າພະເຈົ້າຂໍສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ຄວາມເຊື່ອໝັ້ນຂອງຜູ້ແທນຕ່າງໆແລະປະຊາຊົນບັນດາເຜົ່າໃນທົ່ວປະເທດ! ນີ້ແມ່ນຂ້າພະເຈົ້າໄດ້ຮັບເລືອກຕັ້ງເປັນປະທານປະເທດເຊິ່ງເປັນຕຳແໜ່ງທີ່ສູງສົ່ງເປັນສະໄໝທີ 3. ຄວາມເຊື່ອໝັ້ນຈາກປະຊາຊົນແມ່ນກຳລັງແຮງທີ່ໃຫຍ່ຫຼວງທີ່ສຸດໃນການກ້າວເດີນໄປຂ້າງໜ້າຂອງຂ້າພະເຈົ້າ, ແມ່ນພາລະໜ້າທີ່ອັນໜັກໜ່ວງຂອງຂ້າພະເຈົ້າ. ຂ້າພະເຈົ້າຈະປະຕິບັດຕາມພາລະໜ້າທີ່ທີ່ໄດ້ຮັບການມອບໝາຍຕາມລັດຖະທຳມະນູນລະບຸໄວ້ຢ່າງຊື່ສັດ, ຖືຄວາມຕ້ອງການຂອງປະເທດເປັນພາລະກຳ, ຖືຜົນປະໂຫຍດຂອງປະຊາຊົນເປັນຫຼັກການ, ເຄົາລົບແລະປະຕິບັດຕາມພາລະໜ້າທີ່, ອຸທິດກຳລັງແຮງດ້ວຍຄວາມຈິງໃຈ, ເດັດດ່ຽວບໍ່ເຮັດໃຫ້ຜູ້ແທນຕ່າງໆແລະປະຊາຊົນບັນດາເຜົ່າໃນທົ່ວປະເທດຜິດຫວັງທີ່ໄດ້ມອບໝາຍໜ້າທີ່ອັນສຳຄັນໃຫ້ແກ່ຂ້າພະເຈົ້າ.