ປິດກອງປະຊຸມຄັ້ງທີ 1 ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 14

2023-03-13 11:00:48 cri


ເວລາ 9 ໂມງຂອງວັນທີ 13 ມີນານີ້, ພິທີປິດກອງປະຊຸມຄັ້ງທີ 1 ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 14 ໄດ້ຈັດຂຶ້ນຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ, ໂດຍການເຂົ້າຮ່ວມຂອງທ່ານ ສີຈິ້ນຜິງ ປະທານປະເທດຈີນພ້ອມດ້ວຍຜູ້ນຳພັກແລະລັດທ່ານອື່ນໆ. ທ່ານ ສີຈິ້ນຜິງ ປະທານປະເທດຈີນ ແລະທ່ານຈ້າວເລີ້ຈີ້ ປະທານຄະນະກຳມະການປະຈຳສະພາປະຊາຊົນແຫ່ງຊາດຈີນ ຈະກ່າວຄຳປາໄສໃນພິທີປິດກອງປະຊຸມຄັ້ງນີ້.