ຈັດກິດຈະກຳຮີດຄອງປະເພນີໄທປີ 2023 ຢູ່ນະຄອນຫຼວງປັກກິ່ງ

2023-03-13 15:19:09 cri

      ວັນທີ 12 ມີນານີ້, ພິທີໄຂກິດຈະກຳຮີດຄອງປະເພນີໄທປີ 2023 ໄດ້ຈັດຂຶ້ນຢູ່ສະຖານທູດໄທປະຈຳຈີນ, ເຈົ້າໜ້າທີ່ການທູດຈາກຫຼາຍປະເທດໄດ້ເຂົ້າຮ່ວມພິທີໄຂຕາມການເຊື້ອເຊີນ,ພ້ອມທັງຮ່ວມກັນຕັດແຖບຜ້າໃນພິທີ ເຊິ່ງໄດ້ດຶງດູດນັກທ່ອງທ່ຽວໄປຢ້ຽມຊົມແລະສຳຜັດບັນຍາກາດເປັນຈຳນວນຫຼວງຫຼາຍ.

      ຝ່າຍເຈົ້າພາບຈັດກິດຈະກຳຄັ້ງນີ້ໄດ້ໃຫ້ຮູ້ວ່າ: ກິດຈະກຳຄັ້ງນີ້ຕົ້ນຕໍແມ່ນເພື່ອໂຄສະນາເຜີຍແຜ່ຜະລິດຕະພັນ,ແຫຼ່ງທ່ອງທ່ຽວ,ອາຫານແລະເຄື່ອງນຸ່ງແບບດັ້ງເດີມຂອງໄທ,ພ້ອມທັງຮູບເງົາ,ລະຄອນໂທລະພາບແລະວັດທະນະທຳອື່ນໆຂອງໄທ. ຜູ້ເຂົ້າຮ່ວມກິດຈະກຳສາມາດຊີມອາຫານໄທ,ຊື້ຜະລິດຕະພັນທີ່ມີຄຸນນະພາບສູງຂອງໄທ,ຊົມການສະແດງວັດທະນະທຳຂອງໄທແລະຮ່ວມຫຼິ້ນເກມທີ່ໜ້າສົນໃຈຊະນິດຕ່າງໆໄດ້.