ພາກທີ8:ຂັບຮ້ອງມະຫາກາບປະຫວັດສາດ

2023-03-13 16:21:41 CRI


    “ເກີຊາເອີ”, “ມານາສ” ແລະ “ຈ່ຽງເກີເອີ” ເປັນມະຫາກາບປະຫວັດສາດວິລະຊົນທີ່ຍິ່ງໃຫຍ່ 3 ເລື່ອງຂອງຈີນ, ຕ່າງມີເຄົ້າກຳເນີດຈາກຕຳນານທີ່ມີປະຫວັດມາແຕ່ດົນນານແລ້ວຂອງເຜົ່າຕິເບດ,ເຜົ່າກຽກກິສ ແລະເຜົ່າມົງໂກນ, ເຄີຍຖືກທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນກ່າວເຖິງໃນຫຼາຍກາລະໂອກາດ. ມະຫາກາບປະຫວັດສາດທີ່ຍິ່ງໃຫຍ່ 3 ເລື່ອງນີ້ບໍ່ພຽງແຕ່ໃຫ້ອາຫານທາງດ້ານຈິດໃຈອັນອຸດົມສົມບູນແກ່ຊົນຊາດຈີນເທົ່ານັ້ນ ຍັງເປັນສິ່ງປະເສີດດ້ານສິລະປະທີ່ໄດ້ປະກອບສ່ວນເຂົ້າໃນອະລິຍະທຳຂອງໂລກອີກດ້ວຍ.