ເສດຖະກິດຈີນຈະກ້າວໄປໜ້າຕາມສາຍລົມແລະກະແສຟອງແລະມີອະນາຄົດທີ່ເປັນຕາຄອງຄອຍ

2023-03-13 16:21:24 CRI

 

ຕາມຂ່າວCRI: ພາຍຫຼັງກອງປະຊຸມຄັ້ງທີ 1 ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີີ 14 ໄດ້ປິດລົງ, ທ່ານຫຼີສຽງ, ນາຍົກລັດຖະມົນຕີຈີນໄດ້ເຂົ້າຮ່ວມກອງປະຊຸມຖະແຫຼງຂ່າວແລະຕອບຄຳຖາມຂອງນັກຂ່າວທັງພາຍໃນແລະຕ່າງປະເທດຢູ່ຫໍໃຫຍ່ສີຄຳທີ່ຫໍສະພາປະຊາຊົນ. ໃນເວລາຕອບຄຳຖາມກ່ຽວກັບບັນຫາການພັດທະນາດ້ານເສດຖະກິດຂອງຈີນ, ທ່ານຫຼີສຽງໄດ້ສະຫຼຸບວ່າ “ເສດຖະກິດຈີນຈະກ້າວໄປໜ້າຕາມສາຍລົມແລະກະແສຟອງແລະມີອະນາຄົດທີ່ເປັນຕາຄອງຄອຍ”, ພ້ອມທັງກ່າວສະແດງຄວາມໝັ້ນໃຈຢ່າງເຕັມທີ່ຕໍ່ອະນາຄົດດ້ານເສດຖະກິດຂອງຈີນ.

 

ທ່ານຫຼີສຽງກ່າວຕື່ມວ່າ, ປີ 2023 ນີ້, ຄາດໝາຍການເຕີບໂຕດ້ານເສດຖະກິດຂອງຈີນໄດ້ກຳນົດໄວ້ປະມານ 5%, ຕົວເລກນີ້ແມ່ນໄດ້ຮັບການກຳນົດພາຍຫຼັງໄດ້ພິຈາລະນາເຖິງປັດໄຈດ້ານຕ່າງໆໂດຍລວມ. ການບັນລຸຄາດໝາຍນີ້, ບໍ່ແມ່ນເລື່ອງງ່າຍ, ຕ້ອງການຄວາມພະຍາຍາມຢ່າງຫຼວງຫຼາຍກວ່າເກົ່າ, ຕ້ອງຕີຈັງຫວະໂຄງປະກອບ 4 ດ້ານໃຫ້ດີ, ຄື: ນະໂຍບາຍມະຫາພາກ, ການເປີດກວ້າງຄວາມຕ້ອງການ, ການປະຕິຮູບແລະການປະດິດສ້າງໃໝ່, ການປ້ອງກັນແລະແກ້ໄຂຄວາມສ່ຽງ, , ພ້ອມທັງຈະເພີ່ມຕື່ມເນື້ອໃນ, ປັບປຸງແລະບູລະນະໃຫ້ສົມບູນຂຶ້ນຢ່າງຕໍ່ເນື່ອງໂດຍອີງຕາມຄວາມຕ້ອງການໃນການປະຕິບັດເພື່ອເພີ່ມຕື່ມເນື້ອໃນ.