ອີຣານ ແລະ ອາຣັບບີຊາອຸດິດຟື້ນຟູສາຍພົວພັນທາງການທູດ ເປັນແບບຢ່າງໃຫ້ແກ່ການແກ້ໄຂຄວາມຂັດແຍ້ງກັນໂດຍສັນຕິ

2023-03-13 16:42:44 CRI

ວັນທີ 10 ມີນານີ້, ຢູ່ນະຄອນຫຼວງປັກກິ່ງ, ຈີນ, ອາຣັບບີຊາອຸດິດ ແລະ ອີຣານ ໄດ້ອອກຖະແຫຼງການຮ່ວມ 3 ຝ່າຍ ໂດຍໄດ້ຖະແຫຼງວ່າ: ອາຣັບບີຊາອຸດິດ ແລະ ອີຣານໄດ້ບັນລຸສັນຍາສະບັບໜຶ່ງ ເຊິ່ງລວມທັງເຫັນດີຟື້ນຟູສາຍພົວພັນທາງການທູດລະຫວ່າງສອງປະເທດ ແລະ ເປີດສະຖານທູດ ແລະ ສຳນັກງານຕົວແທນເຊິ່ງກັນແລະກັນພາຍໃນເວລາສອງເດືອນ. ຂ່າວດັ່ງກ່າວຄືກັບລູກລະເບີດໃຫຍ່ໜ່ວຍໜຶ່ງທີ່ລະເບີດຂຶ້ນ, ໄດ້ເຮັດໃຫ້ປະຊາຊົນຕາເວັນອອກກາງແລະໂລກອາຣັບ ກໍຄືປະຊາຊົນທົ່ວໂລກສົນໃຈນຳເປັນຢ່າງຍິ່ງ.


ອາຣັບບີຊາອຸດິດ ແລະ ອີຣານຕັດສາຍພົວພັນທາງການທູດ ຍ້ອນເຫດການການເມືອງທີ່ເກີດຂຶ້ນໃນ 7 ປີກ່ອນ: ເດືອນມັງກອນປີ 2016, ສະຖານທູດອາຣັບບີຊາອຸດິດປະຈຳເຕເຮລານຖືກຜູ້ປະທ້ວງຊາວອີຣານຫຼອນໂຈມຕີ ແລະ ຈູດເຜົາ, ຍ້ອນນັກສາສະໜານິກາຍຊີອະຄົນໜຶ່ງຖືກລັດຖະບານອາຣັບບີຊາອຸດິດລົງໂທດປະຫານຊີວິດ, ເຮັດໃຫ້ຊາວອີຣານເກີດການແຫ່ຂະບວນປະທ້ວງອາຣັບບີຊາອຸດິດ. ຫຼັງຈາກນັ້ນ, ອາຣັບບີຊາອຸດິດປະກາດຕັດສາຍພົວພັນທາງການທູດກັບອີຣານ.

ຄວາມຂັດແຍ້ງກັນລະຫວ່າງອາຣັບບີຊາອຸດິດມີກັບອີຣານມາແຕ່ດົນນານແລ້ວ, ຢູ່ເບື້ອງຫຼັງຄວາມຂັດແຍ້ງກັນລະຫວ່າງສອງປະເທດ, ຍັງມີປັດໄຈສາສະໜາ, ປັດໄຈການເມືອງພູມີພາກ ແລະ ປັດໄຈການພົວພັນສາກົນ. ດ້ານໜຶ່ງ, ໃນຖານະເປັນຕົວແທນສາສະໜາອິສລາມນິກາຍຊຸນນີ ແລະ ນິກາຍຊີອະ, ການເປັນປໍລະປັກກັນທາງດ້ານປະຫວັດສາດ ແລະ ຊົນເຜົ່າລະຫວ່າງສອງຝ່າຍໄດ້ເກີດມາແຕ່ຄວາມຂັດແຍ້ງກັນທີ່ຍືດເຍື້ອມາເປັນເວລາພັນປີລະຫວ່າງຊາວເປີເຊຍ ແລະ ຊາວອາຣັບ. ອີກດ້ານໜຶ່ງ, ອາເມຣິກາສະໜັບສະໜູນອາຣັບບີຊາອຸດິດຕໍ່ຕ້ານອີຣານ ພ້ອມທັງໃຊ້ຄວາມກົດດັນຢ່າງສຸດຂີດ ແລະ ປິດລ້ອມຢ່າງຮອບດ້ານຕໍ່ອີຣານ ເຊິ່ງເປັນປັດໄຈພາຍນອກທີ່ເຮັດໃຫ້ການພົວພັນລະຫວ່າງສອງປະເທດເຄັ່ງຕຶງມາໂດຍຕະຫຼອດ.


ຜູ້ທີ່ບໍ່ເຄີຍປະສົບພົບພໍ້ການປະທະກັນລະຫວ່າງນິກາຍສາສະໜາຕ່າງໆ ອາດຈະບໍ່ສາມາດຄາດຄິດເຖິງຄວາມຄຽດແຄ້ນກັນມາແຕ່ປະຫວັດສາດລະຫວ່າງອາຣັບບີຊາອຸດິດແລະອີຣານ. ປັດຈຸບັນ, ສອງປະເທດໄດ້ຟື້ນຟູສາຍພົວພັນທາງການທູດ ພາຍໃຕ້ການໄກ່ເກ່ຍຂອງຈີນ ເຊິ່ງມີຄວາມໝາຍສຳຄັນເປັນຂີດໝາຍໃນປະຫວັດສາດສຳລັບໂລກ. ຈົນເຖິງຂັ້ນສື່ມວນຊົນຕາເວັນຕົກກໍມີທ່າທີຕົກສະເງີ້ຕໍ່ເລື່ອງນີ້, “ໜັງສືພິມເດີໂວນສຕຣິດລາຍວັນ” ຂອງອາເມຣິກາໄດ້ວິຈານວ່າ: “ນີ້ເປັນການບຸກທະລຸຄັ້ງຍິ່ງໃຫຍ່ໃນການດັດແປງການພົວພັນທີ່ເປັນປໍລະປັກກັນຢູ່ພາກພື້ນຕາເວັນອອກກາງ”. ໃນເວລາທ່ານບີລາວານ ບູໂຕ ລັດຖະມົນຕີກະຊວງການຕ່າງປະເທດປາກິດສະຖານໃຫ້ສຳພາດຕໍ່ນັກຂ່າວຢູ່ສຳນັກງານໃຫຍ່ອົງການສະຫະປະຊາຊາດ, ທ່ານກ່າວວ່າ: ນີ້ເປັນຂ່າວດີທີ່ຫາຍາກໃນໂລກ ນັບແຕ່ເກີດການປະທະກັນລະຫວ່າງຣັດເຊຍກັບອຸແກຣນເປັນເວລາ 1 ປີມານີ້.

ການທີ່ອາຣັບບີຊາອຸດິດແລະອີຣານບັນລຸຄວາມປອງດອງກັນ ມີຄວາມໝາຍສຳຄັນເປັນພິເສດຕໍ່ການຮັກສາສະຖຽນລະພາບຢູ່ພາກພື້ນຕາເວັນອອກກາງ, ດັ່ງຄຳເວົ້າຂອງທ່ານຫວາງຢີ້ ທີ່ເປັນສັກຂີພິຍານໃຫ້ແກ່ການຟື້ນຟູຄວາມປອງດອງກັນລະຫວ່າງສອງຝ່າຍໃນຄັ້ງນີ້ວ່າ: ຖະແຫຼງການຮ່ວມສະບັບນີ້ ເປັນ “ໄຊຊະນະແຫ່ງສັນຕິພາບ”. ອີຣານ ແລະ ອາຣັບບີຊາອຸດິດເຫັນດີເຊັນສັນຍາກັນຢູ່ນະຄອນຫຼວງປັກກິ່ງ, ເປັນການຍອມຮັບຢ່າງສູງຕໍ່ຄວາມພະຍາຍາມຂອງລັດຖະບານຈີນ. ພ້ອມກັນນັ້ນ ກໍພິສູດໃຫ້ເຫັນວ່າ: ເມື່ອທຽບໃສ່ການກະທຳຂອງອາເມຣິກາ ທີ່ຕື່ມເຊື້ອເພິງໃຫ້ເກີດຄວາມຂັດແຍ້ງກັນຮຸນແຮງຂຶ້ນລະຫວ່າງປະເທດຕ່າງໆ ເພື່ອເຮັດສົງຄາມຕົວແທນຢູ່ພາກພື້ນຕາເວັນອອກກາງແລ້ວ, ທັດສະນະຄະຕິການພັດທະນາໂດຍສັນຕິຂອງຈີນໄດ້ຮັບສຽງຕອບຮັບຢູ່ຕາເວັນອອກກາງນັບມື້ນັບຫຼາຍຂຶ້ນ, ຈີນສາມາດແກ້ໄຂບັນຫາທີ່ອາເມຣິກາແກ້ໄຂບໍ່ຕົກໄດ້.


ປັດຈຸບັນນີ້, ການປະທະກັນລະຫວ່າງຣັດເຊຍແລະອຸແກຣນນັບມື້ນັບດຸເດືອດຂຶ້ນ, ການປະທະກັນລະຫວ່າງອິສລາແອນແລະປາເລັສຕິນຍັງບໍ່ທັນຜ່ອນຄາຍລົງ, ວິກິດການຊີຣີຍັງແກ້ໄຂບໍ່ຕົກ, ພາຍໃຕ້ສະພາບການດັ່ງກ່າວ, ອາຣັບບີຊາອຸດິດ ແລະ ອີຣານປະກາດຟື້ນຟູສາຍພົວພັນທາງການທູດ ເຊິ່ງໄດ້ເປັນແບບຢ່າງໃຫ້ແກ່ການແກ້ໄຂຄວາມຂັດແຍ້ງກັນໂດຍສັນຕິ.


ສິ່ງທີ່ຄວນເອົາໃຈໃສ່ນັ້ນກໍຄື: ອາເມຣິກາຈະບໍ່ຍອມຮັບຕໍ່ສັນຕິພາບແບບນີ້, ຍ້ອນວ່າ, ສັນຕິພາບຈະບໍ່ສອດຄ່ອງກັບຜົນປະໂຫຍດຂອງອາເມຣິກາ, ມີແຕ່ເຮັດໃຫ້ໂລກເກີດຄວາມປັ່ນປ່ວນ, ອາເມຣິກາຈິ່ງຈະສາມາດຂາຍເຮືອບິນສູ້ຮົບ, ກຳປັ່ນຮົບ ແລະ ລູກປືນໄດ້ ເຊິ່ງເປັນໂອກາດສ້າງຜົນປະໂຫຍດອັນມະຫາສານໃຫ້ແກ່ຕົນດ້ວຍການຂາຍອາວຸດ, ສະນັ້ນ, ອາເມຣິກາຈະຊອກຫາທຸກວິທີ ເພື່ອທຳລາຍສັນຕິພາບທີ່ໄດ້ມາບໍ່ງ່າຍ. ຂະບວນການສັນຕິພາບຈະປະເຊີນກັບຄວາມຫຍຸ້ງຍາກຕ່າງໆນາໆຢ່າງແນ່ນອນ, ຝ່າຍຕ່າງໆຕ້ອງມີຄວາມມຸ່ງໝັ້ນທາງການເມືອງ ແລະ ມີມານະຈິດທີ່ເຂັ້ມແຂງ, ຈິ່ງຈະສາມາດປົກປັກຮັກສາສັນຕິພາບທີ່ໄດ້ມາບໍ່ງ່າຍໄດ້.