ກອງປະຊຸມຄັ້ງທີ 1 ຂອງສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນຊຸດທີ 14 ໄດ້ປິດລົງ

2023-03-14 15:08:50 cri

 

ວັນທີ 13 ມີນານີ້, ກອງປະຊຸມຄັ້ງທີ 1 ຂອງຄະນະກຳມະການປະຈຳສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນຊຸດທີ 14 ໄດ້ປິດລົງຢູ່ນະຄອນຫຼວງປັກກິ່ງ. ທ່ານວາງຮູ້ນີງ ກຳມະການປະຈຳກົມການເມືອງສູນກາງພັກຄອມມູນິດຈີນ, ປະທານສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນໄດ້ເປັນປະທານພິທີປິດກອງປະຊຸມດັ່ງກ່າວ ແລະກ່າວປາໄສວ່າ: ສະມາຊິກຄະນະກຳມະການປະຈຳສະພາເປິກສາການເມືອງຕ້ອງຍົກສູງລະດັບທາງດ້ານການເມືອງ, ຍຶດໝັ້ນການຊີ້ນຳຂອງແນວຄິດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ຂອງທ່ານສີຈິ້ນຜິງ, ພະຍາຍາມເປີດສະພາບການໃໝ່ດ້ານການພັດທະນາພາລະກິດສະພາເປິກສາການເມືອງປະຊາຊົນໃນຍຸກໃໝ່ບົນພື້ນຖານໃນປັດຈຸບັນນີ້.

 

ກອງປະຊຸມດັ່ງກ່າວໄດ້ຮັບຮອງຂໍ້ຕົກລົງກ່ຽວກັບການສ້າງຕັ້ງຄະນະກຳມະການສະເພາະຂອງຄະນະກຳມະການປະຈຳສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນຊຸດທີ 14, ຕົກລົງຈະສ້າງຕັ້ງ 10 ຄະນະກຳມະການສະເພາະ ເຊັ່ນ: ຄະນະກຳມະການຍົກຍັດຕິ, ຄະນະກຳມະການເສດຖະກິດ, ຄະນະກຳມະການກະສິກຳ ແລະຊົນນະບົດ, ຄະນະກຳມະການປະຊາກອນ ຊັບພະຍາກອນ ແລະສິ່ງແວດລ້ອມ, ຄະນະກຳມະການການສຶກສາ ວິທະຍາສາດ ສາທາລະນະສຸກ ແລະກິລາ ແລະຄະນະກຳມະການສະເພາະອື່ນໆ; ກອງປະຊຸມດັ່ງກ່າວຍັງໄດ້ຮັບຮອງເອົາບັນຊີລາຍຊື່ຂອງຮອງເລຂາທິການຄະນະກຳມະການທົ່ວປະເທດຂອງສະພາເປິກສາການເມືອງປະຊາຊົນແຫງຊາດຈີນຊຸດທີ 14 ພ້ອມທັງບັນຊີລາຍຊື່ຂອງຫົວໜ້າ, ຮອງຫົວໜ້າຂອງຄະນະກຳມະການສະເພາະຕ່າງໆ.