ທວນຄືນຄວາມຮູ້ເກົ່າຈະໄດ້ຮັບຄວາມຮູ້ໃໝ່

2023-03-14 15:24:59 CRI


 “ການທວນຄືນຄວາມຮູ້ເກົ່າຈະໄດ້ຮັບຄວາມຮູ້ໃໝ່ ແລະສາມາດເປັນຄູໄດ້.” ຄວາມເວົ້າທີ່ຮູ້ຈັກກັບທົ່ວໄປຢູ່ຈີນຄວາມນີ້ແມ່ນມາຈາກ “ຕຳລາລຸນຢີ” ຂອງຂົງຈື້ ເຊິ່ງມີຄວາມໝາຍວ່າ: ທວນຄືນຄວາມຮູ້ເກົ່າແລ້ວຈະມີຄວາມຮັບຮູ້ແລະຄວາມຄິດໃໝ່, ເຖິງຂັ້ນນີ້ກໍເປັນຄູໄດ້ແລ້ວ. ສິ່ງນີ້ໄດ້ຢືນຢັນເຫດຜົນທີ່ວ່າ: ຄວາມຮູ້ໃໝ່ແມ່ນພັດທະນາຈາກຄວາມຮູ້ເກົ່າທີ່ເຄີຍຮຽນມາແລ້ວ.


    ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກຄອມມູນິດຈີນ, ສູນກາງພັກທີ່ມີທ່ານສີຈິ້ນຜິງເປັນແກນນຳ ໄດ້ເອົາໃຈໃສ່ໃນລະດັບສູງຕໍ່ການສືບທອດແລະພັດທະນາວັດທະນະທຳອັນເປັນມູນເຊື້ອທີ່ດີງາມຂອງຈີນ, ໂດຍໄດ້ປະດິດສ້າງແລະພັດທະນາວັດທະນະທຳອັນເປັນມູນເຊື້ອທີ່ດີງາມຈາກມູມການຊຸກຍູ້ຂະບວນການຫັນເປັນທັນສະໄໝຂອງປະຊາຊາດຈີນ, ເມື່ອທວນຄືນຄຳປາໄສສຳຄັນແລະບົດຄວາມຫຼາຍຄັ້ງຂອງທ່ານສີຈິ້ນຜິງທີ່ຜ່ານມາ, ຈະໄດ້ຮັບຮູ້ຄວາມຮັກແພງທີ່ໜັກແໜ້ນເລິກເຊິ່ງຂອງເພິ່ນທີ່ມີຕໍ່ວັດທະນະທຳອັນເປັນມູນເຊື້ອຂອງຈີນ, ໂດຍສະເພາະເພິ່ນໄດ້ໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ການສືບທອດແລະພັດທະນາປັດຊະຍາຂົງຈື້.