ສປປເກົາຫຼີດຳເນີນການຝຶກຊ້ອມຍິງລູກສອນໄຟນຳວິຖີແບບລາດຕະເວນຍຸດທະສາດຈາກກຳປັ່ນດຳນ້ຳ

2023-03-14 15:06:51 cri

ວັນທີ 13 ມີນານີ້, ຂ່າວສານສູນກາງສປປເກົາຫຼີແຈ້ງໃຫ້ຮູ້ວ່າ, ວັນທີ 12 ມີນານີ້, ສປປເກົາຫຼີໄດ້ດຳເນີນການຝຶກຊ້ອມຍິງລູກສອນໄຟນຳວິຖີແບບລາດຕະເວນຍຸດທະສາດຈາກກຳປັ່ນດຳນ້ຳ, ເຊິ່ງມີຈຸດປະສົງເພື່ອຢືນຢັນຄຸນນະພາບຂອງລະບົບອາວຸດ, ກວດກາສະພາບການສູ້ຮົບຕໍ່ທາງບົກຂອງກອງທັບກຳປັ່ນດຳນ້ຳ.


ຂ່າວແຈ້ງໃຫ້ຮູ້ຕື່ມວ່າ, ຕອນຂ້ອນແຈ້ງວັນທີ 12 ມີນານີ້, ສປປ ເກົາຫຼີໄດ້ຍິງລູກສອນໄຟນຳວິຖີແບບລາດຕະເວນຍຸດທະສາດສອງລູກຢູ່ເຂດທະເລພາກຕາເວັນອອກ, ລູກສອນໄຟໄດ້ໄປຕາມວົງໂຄຈອນທີ່ມີຄວາມຍາວເຖິງ 1500 ກິໂລແມັດ ແລ້ວຍິງຖືກເປົ້າໝາຍທີ່ກຳນົດໄວ້.