ດຳລົງຕຳແໜ່ງປະທານປະເທດຈີນເປັນສະໄໝທີ 3 ທ່ານສີຈິ້ນຜິງມີຄວາມຮູ້ສຶກແນວໃດ?

2023-03-14 13:03:59 CRI

 

ວັນທີ 13 ມີນາ 2023, ກອງປະຊຸມສະພາປະຊາຊົນແຫ່ງປະຊາດຈີນເຊິ່ງເປັນອົງການອຳນາດສູງສຸດແຫ່ງຊາດຈີນຊຸດທີ 14ໄດ້ອັດລົງຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງທີ່ໄດ້ຮັບເລືອກຕັ້ງເປັນປະທານປະເທດຈີນສະໄໝທີ 3 ໄດ້ກ່າວຄຳປາໄສໃນພິທີປິດກອງປະຊຸມ. ເນື້ອໃນຄຳປາໄສຂອງທ່ານໄດ້ເປີດເຜີຍສັນຍານທີ່ສຳຄັນ.

 

ຖືປະຊາຊົນໄວ້ຢູ່ໃນຖານະສູງສຸດ

ຢູ່ທ່າມກາງສຽງຕົບມືທີ່ຄຶກຄື້ນ, ທ່ານສີຈິ້ນຜິງໄດ້ກ່າວຄຳປາໄສຄັ້ງທຳອິດຫຼັງຈາກທ່ານດຳລົງຕຳແໜ່ງປະທານປະເທດຈີນເປັນສະໄໝທີ 3, ທ່ານໄດ້ສະແດງຄວາມຂອບໃຈຕໍ່ຜູ້ແທນສະພາປະຊາຊົນແຫ່ງຊາດ ແລະ ປະຊາຊົນບັນດາເຜົ່າໃນທົ່ວປະເທດທີ່ມີຄວາມໄວ້ເນື້ອເຊື່ອໃຈຕໍ່ຕົນເອງ, ໂດຍກ່າວວ່າ ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນແມ່ນແຮງຂັບເຄື່ອນໃຫຍ່ທີ່ສຸດທີ່ຊຸກຍູ້ໃຫ້ຕົນເອງກ້າວເດີນໄປຂ້າງໜ້າ, ແມ່ນຄວາມຮັບຜິດຊອບທີ່ໜັກໜ່ວງ. ທ່ານຈະປະຕິບັດໜ້າທີ່ຮັບຜິດຊອບຕາມທີ່ລັດຖະທຳມະນູນມອບໝາຍໃຫ້, ຖືຄວາມຕ້ອງການຂອງປະເທດເປັນພາລະກຳ, ຖືຜົນປະໂຫຍດຂອງປະຊາຊົນເປັນມາດຕະຖານ, ປະຕິບັດໜ້າທີ່ຕຳແໜ່ງຢ່າງເຄັ່ງຄັດ, ອຸທິດຕົນຢ່າງສຸດອົກສຸດໃຈ, ຈະບໍ່ເຮັດໃຫ້ຜູ້ແທນປະຊາຊົນ ແລະ ປະຊາຊົນບັນດາເຜົ່າໃນທົ່ວປະເທດຜິດຫວັງ.


ທ່ານສີຈິ້ນຜິງເຄີຍເປັນເລຂາໜ່ວຍພັກບ້ານຂັ້ນຮາກຖານທີ່ສຸດຂອງຈີນ, ເຄີຍດຳລົງຕຳແໜ່ງເລຂາຄະນະພັກເມືອງ, ເລຂາຄະນະພັກນະຄອນ, ເລຂາຄະນະພັກແຂວງ, ຈົນຮອດດຳລົງຕຳແໜ່ງຜູ້ນຳສູງສຸດຂອງຈີນ, ທ່ານໄດ້ປະຕິບັດຕາມແນວຄວາມຄິດການບໍລິຫານທີ່ “ມາຈາກປະຊາຊົນ ເພື່ອປະຊາຊົນ ອາໄສປະຊາຊົນ” ຢ່າງສະເໝີຕົ້ນສະເໝີປາຍ. ຫຼັງຈາກກາຍເປັນຜູ້ນຳສູງສຸດຂອງຈີນແລ້ວ, ທ່ານເຄີຍກ່າວວ່າ: “ປະຊາຊົນຈັດຂ້າພະເຈົ້າໄວ້ຢູ່ຕຳແໜ່ງນີ້, ຂ້າພະເຈົ້າກໍຕ້ອງຖື ປະຊາຊົນໄວ້ຢູ່ໃນຖານະສູງສຸດຢູ່ໃນໃຈຢ່າງສະເໝີຕົ້ນສະເໝີປາຍ.”


ເດືອນມີນາ 2019, ທ່ານໂຣເບີໂຕ ຟີໂກ ປະທານສະພາຕ່ຳອີຕາລີໄດ້ຖາມທ່ານປະທານສີຈິ້ນຜິງທີ່ເດີນທາງໄປຢ້ຽມຢາມອີຕາລີວ່າ: “ໃນເວລາທີ່ທ່ານໄດ້ຮັບເລືອກຕັ້ງເປັນປະທານປະເທດ, ທ່ານມີຄວາມຮູ້ສຶກແນວໃດ?” ທ່ານປະທານສີຈິ້ນຜິງຕອບວ່າ, ປະເທດໃຫຍ່ຄືແນວນີ້, ມີຄວາມຮັບຜິດຊອບໜັກໜ່ວງທີ່ສຸດ ແລະ ມີໜ້າທີ່ວຽກງານທີ່ລຳບາກທີ່ສຸດ. ຂ້າພະເຈົ້າຈະບໍ່ຄິດເຖິງຜົນປະໂຫຍດສ່ວນຕົວ, ຈະບໍ່ເຮັດໃຫ້ປະຊາຊົນຜິດຫວັງ. ຂ້າພະເຈົ້າຍິນດີເຮັດໄດ້ສະພາບທີ່ “ບໍ່ຄິດເຖິງຜົນປະໂຫຍດສ່ວນຕົວຂອງຕົນ”, ອຸທິດຕົນເພື່ອການພັດທະນາຂອງຈີນ.

 

ແລ່ນຕໍ່ແຮງໃນການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດຈີນໃຫ້ດີ

ໃນຄຳປາໄສຂອງທ່ານສີຈິ້ນຜິງ, ຍັງໄດ້ສະແດງໃຫ້ເຫັນຄວາມຮັບຜິດຊອບດ້ານປະຫວັດສາດທີ່ໜັກແໜ້ນ. ທ່ານໄດ້ຫວນຄືນຂະບວນການທີ່ພັກຄອມມູນິດຈີນນຳພາປະຊາຊົນຈີນບາກບັ່ນສູ້ຊົນຢ່າງທໍລະຫົດອົດທົນແລ້ວຊີ້ອອກວ່າ, ຜ່ານການບາກບັ່ນສູ້ຊົນມາເປັນເວລາຮ້ອຍປີ, ປະຊາຊົນຈີນໄດ້ກາຍເປັນເຈົ້າຂອງຊາຕາກຳຂອງຕົນ, ປະຊາຊາດຈີນໄດ້ຕ້ອນຮັບການກ້າວກະໂດດອັນຍິ່ງໃຫຍ່ຈາກການລຸກຂຶ້ນ ຮັ່ງມີຂຶ້ນ ແລະເຂັ້ມແຂງຂຶ້ນ, ການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນໄດ້ກ້າວເຂົ້າສູ່ຂະບວນວິວັດທາງປະຫວັດສາດທີ່ບໍ່ສາມາດຕ່າວປິ້ນຄືນໄດ້.


ອີງຕາມເປົ້າໝາຍການພັດທະນາທີ່ກຳນົດໄວ້ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນ, ເມື່ອຮອດໄລຍະກາງສະຕະວັດນີ້, ຈີນຈະສ້າງປະເທດສັງຄົມນິຍົມທັນສະໄໝ ແລະ ເຂັ້ມແຂງໃຫ້ສຳເລັດຜົນຢ່າງຮອບດ້ານ. ທ່ານສີຈິ້ນຜິງໄດ້ປຽບທຽບວ່າ “ການສ້າງສາປະເທດທີ່ເຂັ້ມແຂງ ແລະ ຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດ” ເປັນການແຂ່ງຂັນແລ່ນຕໍ່ແຮງຄັ້ງໜຶ່ງ. ໃນຂະນະນີ້, ໄມ້ຕໍ່ແຮງໄດ້ມອບໃຫ້ຮຸ່ນຄົນຂອງທ່ານສີຈິ້ນຜິງນີ້ຢ່າງມີຄວາມໝາຍປະຫວັດສາດ. ໃນການກ່າວຄຳປາໄສ, ທ່ານສີຈິ້ນຜິງໄດ້ໃຫ້ຄຳໝັ້ນສັນຍາຕໍ່ຜູ້ແທນສະພາປະຊາຊົນແຫ່ງຊາດ ແລະ ປະຊາຊົນບັນດາເຜົ່າທົ່ວໃນປະເທດ, ຈະສ້າງຜົນງານທີ່ບໍ່ເຮັດໃຫ້ຍຸກສະໄໝຜິດຫວັງ ບໍ່ເຮັດໃຫ້ປະຫວັດສາດຜິດຫວັງ ແລະ ບໍ່ເຮັດໃຫ້ປະຊາຊົນຜິດຫວັງໃນຂະບວນການອອກເດີນທາງຄັ້ງໃໝ່, ປະກອບສ່ວນເທົ່າທີ່ຄວນຂອງຄົນຮຸ່ນນີ້ເຂົ້າໃນການຊຸກຍູ້ການສ້າງສາປະເທດທີ່ເຂັ້ມແຂງ ແລະ ຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດ.

 

ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ

ໃນການກ່າວຄຳປາໄສ, ທ່ານສີຈິ້ນຜິງຍັງໄດ້ບັນລະຍາຍອີກເທື່ອໜຶ່ງກ່ຽວກັບແນວຄວາມຄິດທີ່ສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ. ທ່ານກ່າວວ່າ, ການພັດທະນາຂອງຈີນໄດ້ສ້າງຜົນປະໂຫຍດໃຫ້ແກ່ທົ່ວໂລກ, ການພັດທະນາຂອງຈີນບໍ່ສາມາດປາສະຈາກໂລກໄດ້. ຈີນຈະຊູຄັນທຸງສັນຕິພາບ ການພັດທະນາ ການຮ່ວມມື ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ຢືນຢູ່ຝ່າຍທີ່ຖືກຕ້ອງຂອງປະຫວັດສາດຢ່າງສະເໝີຕົ້ນສະເໝີປາຍ, ປະຕິບັດຕາມລັດທິຫຼາຍຝ່າຍທີ່ແທ້ຈິງ, ປະຕິບັດຄ່ານິຍົມຮ່ວມຂອງມວນມະນຸດ, ຕັ້ງໜ້າເຂົ້າຮ່ວມການປະຕິຮູບ ແລະ ການສ້າງສາລະບົບບໍລິຫານໂລກ, ຊຸກຍູ້ການສ້າງເສດຖະກິດໂລກແບບເປີດກວ້າງ, ຊຸກຍູ້ການຈັດຕັ້ງປະຕິບັດຂໍ້ລິເລີ່ມວ່າດ້ວຍການພັດທະນາຂອງໂລກ, ແລະ ຂໍ້ລິເລີ່ມວ່າດ້ວຍຄວາມໝັ້ນຄົງຂອງໂລກ, ເພີ່ມຄວາມໝັ້ນຄົງ ແລະ ກຳລັງແຮງທາງບວກຫຼາຍກວ່າເກົ່າໃຫ້ແກ່ສັນຕິພາບ ແລະ ການພັດທະນາຂອງໂລກ.