ອະດີດນາຍົກລັດຖະມົນຕີມະເລເຊຍຖືກກ່າວຟ້ອງດ້ວຍໂທດໃໝ່

2023-03-14 15:07:44 cri

ຫຼັງຈາກຖືກອົງການໄອຍະການກ່າວຟ້ອງດ້ວຍໂທດຖານຮັບສິນບົນ ນຳໃຊ້ສິດອຳນາດເກີນຂອບເຂດ ຟອກເງິນແລະອື່ນໆແລ້ວ, ວັນທີ 13 ມີນານີ້, ທ່ານ ເປີດານາ ເມັນເຕຣີ ອະດີດນາຍົກລັດຖະມົນຕີມະເລເຊຍໄດ້ຖືກອົງການໄອຍະການກ່າວຟ້ອງດ້ວຍໂທດຖານເງິນອີກຄະດີໜຶ່ງ. ສານສູງກົວລາລຳເປີຕົກລົງຈະເລີ່ມດຳເນີນການສືບສວນຕໍ່ການກ່າວຟ້ອງເຫຼົ່ານີ້ຂອງອົງການໄອຍະການໃນເດືອນພຶດສະພາປີນີ້.


ອີງຕາມກົດໝາຍຂອງມະເລເຊຍ, ຖ້າສານດັ່ງກ່າວຕັດສິນວ່າ ທ່ານເປີດານາ ເມັນເຕຣີໄດ້ຝ່າຝືນກົດໝາຍວ່າດ້ວຍການຕ້ານການຟອກເງິນຂອງມະເລເຊຍແລ້ວ, ທ່ານເປີດານາອາດຈະຖືກລົງໂທດໃຫ້ຈຳຄຸກດົນສຸດ 15 ປີແລະຖືກໃໝເງິນ ເປັນຈຳນວນ 5 ເທົ່າຂອງເງິນທີ່ຟອກ.