ປະລິມານ ແລະຄຸນນະພາບດ້ານການຂົນສົ່ງຂອງທາງລົດໄຟຈີນ-ລາວໄດ້ຍົກສູງຂຶ້ນໄປພ້ອມກັນ ໄດ້ກາຍເປັນຮູບແບບໃໝ່ດ້ານການຮ່ວມມື “ໜຶ່ງແລວໜຶ່ງເສັ້ນທາງ”

2023-03-14 16:58:31 CRI

ຫວ່າງມໍ່ໆມານີ້, ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວໄດ້ເປັນປະທານຈັດກອງປະຊຸມເປິກສາຫາລື ແລະຊຸກຍູ້ວຽກງານທາງລົດໄຟຈີນ-ລາວ ໂດຍກ່າວວ່າ: ຕ້ອງຍົກສູງປະສິດທິພາບ ແລະຄວາມສາມາດສັງລວມຂອງທາງລົດໄຟລາວ-ຈີນ, ຮັບໃຊ້ສະພາບລວມດ້ານການກໍ່ສ້າງປະຊາຄົມຮ່ວມຊາຕາກຳລາວ-ຈີນຢ່າງແທ້ຈິງ.


ນັບແຕ່ທາງລົດໄຟຈີນ-ລາວເປີດນຳໃຊ້ເປັນຕົ້ນມາ ໄດ້ສ້າງຄວາມສະດວກຢ່າງຫຼວງຫຼາຍໃຫ້ກັບການແລກປ່ຽນກັນທາງດ້ານເສດຖະກິດ, ການທ່ອງທ່ຽວ ແລະວັດທະນະທຳລະຫວ່າງສອງປະເທດ ເຊິ່ງບໍ່ພຽງແຕ່ໄດ້ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນສອງປະເທດເທົ່ານັ້ນ, ຍັງໄດ້ສະໜັບສະໜູນການພັດທະນາເສດຖະກິດສັງຄົມຂອງປະເທດລາວຢ່າງເຂັ້ມແຂງອີກດ້ວຍ. ບົນພື້ນຖານດັ່ງກ່າວ, ການຍົກສູງປະສິດທິພາບ ແລະຄວາມສາມາດດ້ານການຂົນສົ່ງຂອງທາງລົດໄຟຈີນ-ລາວຢ່າງບໍ່ຢຸດຢັ້ງ ໄດ້ກາຍເປັນຄວາມຮັບຮູ້ຮ່ວມຂອງລັດຖະບານ ກໍຄືປະຊາຊົນສອງປະເທດ.

ໃນດ້ານການຂົນສົ່ງຜູ້ໂດຍສານ, ນັບແຕ່ເປີດນຳໃຊ້ເປັນເວລາຫຼາຍກວ່າ 1 ປີມານີ້, ການຂົນສົ່ງຜູ້ໂດຍສານຂອງທາງລົດໄຟຈີນ-ລາວໄດ້ທະລຸ 10.000.000 ເທື່ອຄົນ. ວັນທີ 4 ມີນານີ້, ການຂົນສົ່ງຜູ້ໂດຍສານຂອງທາງລົດໄຟຈີນ-ລາວພາຍໃນມື້ໜຶ່ງໄດ້ທະລຸ 10.000 ຄົນ ເຊິ່ງເປັນການສ້າງສະຖິຕິໃໝ່. ການຄົມມະນາຄົມທີ່ສະດວກວ່ອງໄວ ໄດ້ດຶງດູດນັກທ່ອງທ່ຽວຈຳນວນຫຼວງຫຼາຍມາທ່ຽວປະເທດລາວ. ໃນປີ 2022, ນັກທ່ອງທ່ຽວຕ່າງປະເທດທີ່ມາທ່ຽວນະຄອນຫຼວງວຽງຈັນ ປະເທດລາວ ມີຫຼາຍກວ່າ 600.000 ເທື່ອຄົນ ເຊິ່ງເກີນຕົວເລກຄາດຄະເນໄວ້ຫຼາຍກວ່າ 1 ເທົ່າ.


ໃນດ້ານການຂົນສົ່ງສິນຄ້າ, ທາງລົດໄຟຈີນ-ລາວໄດ້ດຳເນີນມາເປັນເວລາ 15 ເດືອນແລ້ວ, ປັດຈຸບັນ, ຂະບວນລົດໄຟຂົນສົ່ງສິນຄ້າຂ້າມຊາຍແດນໄດ້ປົກຄຸມ 10 ກວ່າປະເທດທີ່ຢູ່ລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ”. ຈຳນວນຖ້ຽວລົດໄຟໄດ້ເພີ່ມຂຶ້ນຈາກສະເລ່ຍ 2 ຖ້ຽວຕໍ່ມື້ ເປັນ 12 ຖ້ຽວຕໍ່ມື້. ສິນຄ້າໄດ້ເພີ່ມຂຶ້ນຈາກ 100 ກວ່າຊະນິດໃນເບື້ອງຕົ້ນ ເປັນ 2.000 ກວ່າຊະນິດໃນປັດຈຸບັນ ເຊັ່ນ: ສິນຄ້າເອເລັກໂຕຣນິກ, ເຄື່ອງຜະລິດໄຟຟ້າດ້ວຍແສງຕາເວັນ, ໝາກໄມ້ແຊ່ເຢັນ ແລະອື່ນໆ. ປະລິມານ ແລະຄຸນນະພາບດ້ານການຂົນສົ່ງຂອງທາງລົດໄຟຈີນ-ລາວໄດ້ຍົກສູງຂຶ້ນໄປພ້ອມໆກັນ, ບົດບາດດ້ານການຂົນສົ່ງຂອງທາງລົດໄຟສາຍນີ້ກໍນັບມື້ນັບພົ້ນເດັ່ນຂຶ້ນ.

ປີນີ້ແມ່ນປີທີ່ຈີນສະເໜີຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຄົບຮອບ 10 ປີ, ໃນບົດລາຍງານວຽກງານລັດຖະບານຂອງກອງປະຊຸມສອງສະພາຂອງຈີນໃນປີນີ້ ກໍໄດ້ລະບຸຫຼາຍເທື່ອວ່າ: ຈີນຈະເພີ່ມທະວີການເປີດປະຕູສູ່ພາຍນອກຕື່ມອີກ, ປະຕິບັດຂໍ້ລິເລີ່ມການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໃຫ້ເຂົ້າສູ່ລວງເລິກ.


ໃນຖານະເປັນແບບຢ່າງທີ່ມີຊີວິດຊີວາໃນການຮ່ວມກັນສ້າງ  “ໜຶ່ງແລວໜຶ່ງເສັ້ນທາງ” ແລະຊົມໃຊ້ຜົນປະໂຫຍດຮ່ວມກັນ, ທາງລົດໄຟຈີນ-ລາວໄດ້ກາຍເປັນໂຄງການທີ່ເປັນສັນຍະລັກຂອງການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”. ພາຍໃຕ້ບົດບາດການເປັນແບບຢ່າງທີ່ດີຂອງທາງລົດໄຟຈີນ-ລາວ, ການທົດລອງນຳໃຊ້ທາງລົດໄຟຄວາມໄວສູງຈາກາກຕາ-ບັນດຸງຂອງອິນໂດເນເຊຍໄດ້ປະສົບຜົນສຳເລັດຢ່າງຈົບງາມ, ການສ້າງທາງລົດໄຟຈີນ-ໄທໄດ້ເລັ່ງຄວາມໄວການກໍ່ສ້າງ, ຄວາມກະຕືລືລົ້ນໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງປະເທດຕ່າງໆໃນພາກພື້ນ ໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ.

ທາງລົດໄຟຈີນ-ລາວໄດ້ສ້າງເສັ້ນທາງແຫ່ງຄວາມສຸກໃຫ້ກັບປະຊາຊົນຈີນ ແລະລາວ, ໃນອະນາຄົດ, ຈີນຈະສືບຕໍໍ່ຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ໃຫ້ເຊື່ອມຈອດກັບຍຸດທະສາດການພັດທະນາຂອງຝ່າຍຕ່າງໆຢ່າງຕັ້ງໜ້າ, ເພີ່ມພະລັງໃໝ່ໃຫ້ກັບການພັດທະນາ ແລະຄວາມຈະເລີນຮຸ່ງເຮືອງຂອງອາຊີປາຊີຟິກ ກໍຄືທົ່ວໂລກ.