ສ.ເກົາຫຼີແລະອາເມຣິກາຈັດການຊ້ອມຮົບຮ່ວມຂະໜາດໃຫຍ່ ອົງການພົນລະເຮືອນໂຮມຊຸມນຸມປະທ້ວງ

2023-03-14 14:07:02 CRI

 

ຕາມຂ່າວCRI: ວັນທີ 13 ມີນານີ້, ກອງທັບສອງປະເທດສ.ເກົາຫຼີແລະອາເມຣິກາໄດ້ຈັດການຊ້ອມຮົບຮ່ວມພາຍໃຕ້ລະຫັດ “ຟຣິເດິມຊິວ” ຢ່າງເປັນທາງການ, ເຊິ່ງຈະດຳເນີນໄປຮອດວັນທີ 23 ມີນານີ້. ໃນໄລຍະນັ້ນ, ສອງກອງທັບສ.ເກົາຫຼີແລະອາເມຣິກາຈະຈັດການເຝິກຊ້ອມດ້ານການຍົກພົນຂຶ້ນບົກແລະອື່ນໆ.

 

ການຊ້ອມຮົບຮ່ວມຄັ້ງນີ້ໄດ້ເຮັດໃຫ້ເກີດການໂຮມຊຸມນຸມປະທ້ວງຂະໜາດໃຫຍ່ຢູ່ສ.ເກົາຫຼີ. ໃນຕອນບ່າຍວັນທີ 11 ມີນານີ້, ອົງການພົນລະເຮືອນຫຼາຍແຫ່ງຂອງສ.ເກົາຫຼີໄດ້ຈັດການໂຮມຊຸມນຸມຢູ່ດ້ານໜ້າຂອງທຳນຽບປະທານາທິບໍດີິ, ບຸກຄົນທີ່ໄດ້ເຂົ້າຮ່ວມໂຮມຊຸມນຸມໄດ້ຖືປ້າຍຄຳຂວັນທີ່ຂຽນວ່າ “ຢຸດເຊົາການຊ້ອມຮົບ, ເລີ່ມການສົນທະນາຄືນໃໝ່” “ການຊ້ອມຮົບຮ່ວມຂະໜາດໃຫຍ່ບໍ່ສາມາດເຮັດໃຫ້ມີສັນຕິພາບ” ແລະອື່ນໆ, ຜູ້ປະທ້ວງໄດ້ເດີນທາງອອກຈາກດ້ານໜ້າຂອງທຳນຽບປະທານາທິບໍດີ, ແລ້ວຍ່າງໄປຮອດໃຈກາງນະຄອນຫຼວງ.