ກົມຄຸ້ມຄອງຄົນເຂົ້າອອກເມືອງແຫ່ງຊາດຈີນປັບປຸງນະໂຍບາຍການໃຫ້ວິຊາແລະເຂົ້າເມືອງສຳລັບຄົນຕ່າງປະເທດ

2023-03-14 15:10:17 cri

ເພື່ອຈັດສັນວຽກງານປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ໄປພ້ອມກັນກັບຄວາມຕ້ອງການໃນການພັດທະນາເສດຖະກິດສັງຄົມ, ອຳນວຍຄວາມສະດວກໃຫ້ແກ່ຄົນຈີນແລະຄົນຕ່າງປະເທດໄດ້ໄປມາຫາສູ່ກັນ, ກົມຄຸ້ມຄອງຄົນເຂົ້າອອກເມືອງແຫ່ງຊາດຈີນຕົກລົງວ່າ ຈະປັບປຸງນະໂຍບາຍການໃຫ້ວິຊາແລະເຂົ້າເມືອງສຳລັບຄົນຕ່າງປະເທດນັບແຕ່ເວລາ 0 ໂມງຂອງວັນທີ 15 ມີນານີ້ເປັນຕົ້ນໄປ.


ສຳລັບຄົນຕ່າງປະເທດທີ່ມີວິຊາເຊັນກ່ອນວັນທີ 28 ມີນາປີ 2020 ແລະຍັງຢູ່ໃນໄລຍະມີຜົນສັກສິດນັ້ນ, ຈະອະນຸຍາດໃຫ້ເຂົ້າເມືອງໄດ້.


ພ້ອມທັງຈະຟື້ນຟູນະໂຍບາຍຍົກເວັ້ນວິຊາສຳລັບຄົນຕ່າງປະເທດຜ່ານດ່ານຢູ່ແຂວງໄຫຫຼຳ, ຍົກເວັ້ນວິຊາສຳລັບນັກທ່ອງທ່ຽວຕ່າງປະເທດທີ່ເດີນທາງດ້ວຍກຳປັ່ນນະຄອນຊຽງໄຮ້, ຍົກເວັ້ນວິຊາສຳລັບກຸ່ມນັກທ່ອງທ່ຽວຕ່າງປະເທດຈາກເຂດຮົງກົງແລະເຂດມາກາວຜ່ານດ່ານຢູ່ແຂວງກວາງຕຸ້ງ ແລະຍົກເວັ້ນວິຊາສຳລັບກຸ່ມນັກທ່ອງທ່ຽວອາຊຽນທີ່ຜ່ານດ່ານຢູ່ນະຄອນກຸ້ຍລິນເຂດກວາງຊີຈີນ.