ທ່ານຫຼີສຽງ ນາຍົກລັດຖະມົນຕີຈີນກ່າວວ່າ: ເສດຖະກິດພາກເອກະຊົນຂອງຈີນຍ່ອມຈະມີການພັດທະນາເປັນຢ່າງດີ

2023-03-14 15:09:39 cri

 

ວັນທີ 13 ມີນານີ້, ທ່ານຫຼີສຽງ ນາຍົກລັດຖະມົນຕີຈີນໄດ້ຕອບຄຳຖາມຂອງນັກຂ່າວກ່ຽວກັບບັນຫາການພັດທະນາເສດຖະກິດພາກເອກະຊົນຂອງຈີນ ໂດຍຊີ້ໃຫ້ເຫັນວ່າ: ສະພາບແວດລ້ອມການພັດທະນາເສດຖະກິດພາກເອກະຊົນຂອງຈີນຈະນັບມື້ນັບດີຂຶ້ນ, ຈະມີຊ່ອງຫວ່າງການພັດທະນາຫຼາຍຂຶ້ນ, ເສດຖະກິດພາກເອກະຊົນຂອງຈີນຍ່ອມຈະມີການພັດທະນາເປັນຢ່າງດີ.

 

ທ່ານຫຼີສຽງກ່າວຕື່ມວ່າ: ສູນກາງພັກຄອມມູນິດຈີນມີທິດທາງນະໂຍບາຍຢ່າງຈະແຈ້ງໃນການພັດທະນາເສດຖະກິດພາກເອກະຊົນ. ພວກເຮົາຈະອອກແຮງສ້າງສະພາບແວດລ້ອມການດຳເນີນທຸລະກິດທີ່ເປັນແບບຕະຫຼາດ, ຄຸ້ມຄອງຕາມກົດໝາຍ ແລະເປັນແບບສາກົນໃນຈຸດການເລີ່ມຕົ້ນໃໝ່, ປະຕິບັດຕໍ່ວິສາຫະກິດລິຂະສິດປະເພດຕ່າງໆຢ່າງສະເໝີພາບກັນ, ປົກປັກຮັກສາສິດຊັບສິນຂອງວິສາຫະກິດ ແລະສິດຜົນປະໂຫຍດຂອງນັກວິສາຫະກິດຕາມກົດໝາຍ, ຊຸກຍູ້ການແຂ່ງກັນຂັນຢ່າງຍຸຕິທຳລະຫວ່າງຫົວໜ່ວຍທຸລະກິດຕ່າງໆ, ສະໜັບສະໜູນວິສາຫະກິດພາກເອກະຊົນໃຫ້ເຕີບໃຫຍ່ຂະຫຍາຍຕົວ. ຫວັງວ່ານັກວິສາຫະກິດເອກະຊົນຈະສົ່ງເສີມນ້ຳໃຈນັກວິສາຫະກິດດີເດັ່ນ, ສ້າງປະຫວັດສາດດ້ານການສ້າງພາລະກິດທີ່ມີກຽດສະຫງ່າຫຼາຍກວ່າເກົ່າ.