ນາຍົກຈີນປະກອບຄວາມເຫັນກ່ຽວກັບການພົວພັນລະຫວ່າງຈີນ-ອາເມຣິກາ: ການປິດລ້ອມ, ການບັງຄັບຂົ່ມເຫັງບໍ່ມີຜົນດີຕໍ່ຝ່າຍໃດ

2023-03-14 15:29:34 CRI

 

ຕາມຂ່າວCRI: ພາຍຫຼັງກອງປະຊຸມຄັ້ງທີ 1 ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 14 ໄດ້ປິດລົງໃນຕອນເຊົ້າວັນທີ 13ມີນານີ້, ທ່ານຫຼີສຽງ, ນາຍົກລັດຖະມົນຕີຈີນໄດ້ເຂົ້າຮ່ວມກອງປະຊຸມຖະແຫຼງຂ່າວແລະຕອບຄຳຖາມຂອງນັກຂ່າວທັງພາຍໃນແລະຕ່າງປະເທດຢູ່ຫໍໃຫຍ່ສີຄຳຂອງຫໍສະພາປະຊາຊົນ. ໃນເວລາຕອບຄຳຖາມກ່ຽວກັບການພົວພັນລະຫວ່າງຈີນ-ອາເມຣິກາ, ທ່ານຫຼີສຽງກ່າວເນັ້ນວ່າ, ການຮ່ວມມືລະຫວ່າງຈີນ-ອາເມຣິກາມີອະນາຄົດຢ່າງກວ້າງຂວາງ. ການປິດລ້ອມ, ການບັງຄັບຂົ່ມເຫັງບໍ່ມີຜົນດີຕໍ່ຝ່າຍໃດ!

 

ທ່ານຫຼີສຽງຊີ້ອອກວ່າ, ໃນສອງສາມປີມານີ້ຢູ່ອາເມຣິກາມີຄົນຈຳນວນໜຶ່ງໄດ້ປ່າວປະກາດຖ້ອຍຄຳກ່ຽວກັບ “ການຕັດສາຍພົວພັນ” ລະຫວ່າງສອງປະເທດ, ບາງເທື່ອຍັງໄດ້ກາຍເປັນບັນຫາຈຸດສຸມ, ແຕ່ບໍ່ຮູ້ວ່າມີຄົນຈຳນວນເທົ່າໃດຈະໄດ້ຮັບຜົນປະໂຫຍດໃນການປ່າວປະກາດດັ່ງກ່າວແທ້ໆ. ພ້ອມກັນນັ້ນທ່ານຍັງກ່າວວ່າ, ເສດຖະກິດຈີນ-ອາເມຣິກາແມ່ນອີງອາໄສເຊິ່ງກັນແລະກັນ, ລ້ວນແຕ່ໄດ້ຮັບຜົນປະໂຫຍດຈາກການພັດທະນາຂອງກັນແລະກັນ.

 

ທ່ານຫຼີສຽງກ່າວເນັ້ນຕື່ມວ່າ: ເລື່ອງທີ່ສຳຄັນໃນປັດຈຸບັນນີ້ແມ່ນ. ການນຳເອົາຄວາມເຫັນທີ່ເປັນເອກະພາບກັນທີ່ສຳຄັນຕ່າງໆເຊິ່ງບັນລຸໄດ້ໃນການພົບປະເຈລະຈາລະຫວ່າງທ່ານປະທານປະເທດສີຈິ້ນຜິງແລະທ່ານປະທານາທິບໍດີໂຈ ໄບເດັນເພື່ອເດືອນພະຈິກປີ 2022 ມາຈັດຕັ້ງປະຕິບັດເປັນນະໂຍບານຕົວຈິງແລະການກະທຳຢ່າງລະອຽດ.