ຈີນຍິງສົ່ງດາວທຽມເຮີຣຸສ-2 ຢ່າງສຳເລັດຜົນ

2023-03-14 15:07:57 cri

 

ເວລາ 12 ໂມງ 2 ນາທີຂອງວັນທີ 13 ມີນານີ້, ຈີນໄດ້ນຳໃຊ້ຈະຫຼວດຂົນສົ່ງຊາງເຈິ່ງ 2C ຍິງສົ່ງດາວທຽມສຳຫຼວດທາງໄກເຮີຣຸສ-2 ຢ່າງສຳເລັດຜົນຢູ່ສູນຍິງສົ່ງດາວທຽມຈິວຊວນ, ດາວທຽມເຮີຣຸສ-2 ໄດ້ເຂົ້າສູ່ວົງໂຄຈອນທີ່ກຳນົດໄວ້, ໜ້າທີ່ຍິງສົ່ງດາວທຽມເທື່ອນີ້ໄດ້ຮັບຜົນສຳເລັດຢ່າງຈົບງາມ.

 

ນີ້ແມ່ນການປະຕິບັດໜ້າທີ່ການບິນເທື່ອທີ 466 ຂອງຈະຫຼວດຂົນສົ່ງລະບົບຊາງເຈິ່ງ.