ກອງປະຊຸມສອງສະພາຂອງຈີນໄດ້ນຳເອົາຄວາມອົບອຸ່ນເໝືອນລະດູບານໃໝ່ມາໃຫ້ແກ່ໂລກ

2023-03-14 16:10:33 CRI

ກອງປະຊຸມເທື່ອທີ 1 ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 14 ທີ່ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງໄດ້ອັດລົງໃນວັນທີ 13 ມີນາ 2023, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວຄຳປາໄສສຳຄັນໃນກອງປະຊຸມໂດຍກ່າວເນັ້ນໜັກວ່າ: ບົນຂະບວນການໃໝ່ໃນການສ້າງສາປະເທດທີ່ເຂັ້ມແຂງ ແລະ ຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງຊົນຊາດຈີນ, ຕ້ອງຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງຢ່າງໝັ້ນໜຽວບໍ່ປ່ຽນແປງ, ຕ້ອງພະຍາຍາມຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ ແລະ ຊຸກຍູ້ການເປີດປະຕູສູ່ພາຍນອກໃນລະດັບສູງຢ່າງໜັກແໜ້ນ.


ໃນກອງປະຊຸມສອງສະພາປີນີ້, ຄວາມທັນສະໄໝແບບຈີນເປັນຄຳສັບສຳຄັນທີ່ໄດ້ຮັບຄວາມສົນໃຈຈາກຄົນທັງຫຼາຍ, ຖ້າຖື “ການຫັນເປັນທັນສະໄໝແບບຈີນ” ເປັນເປົ້າໝາຍ ແລະ ຂະບວນການພັດທະນາທີ່ໃຫຍ່ໂຕມະໂຫລານ, ຄັນຊັ້ນ, “ການພັດທະນາທີ່ມີຄຸນນະພາບສູງ” ແລະ “ການເປີດປະຕູສູ່ພາຍນອກໃນລະດັບສູງ” ຈະເສີມຂະຫຍາຍບົດບາດສຳຄັນທີ່ສຸດໃນຂະບວນການດັ່ງກ່າວ. ເສດຖະກິດຈີນໄດ້ຫັນຈາກໄລຍະການເຕີບໂຕຢ່າງວ່ອງໄວກ້າວເຂົ້າສູ່ໄລຍະການພັດທະນາທີ່ມີຄຸນນະພາບສູງ ເຊິ່ງໝາຍຄວາມວ່າ: ຈີນສຸມໃສ່ “ຊຸກຍູ້ໃຫ້ເສດຖະກິດບັນລຸການເຕີບໂຕຢ່າງສົມເຫດສົມຜົນ ແລະ ມີການຍົກລະດັບຄຸນນະພາບໃຫ້ສູງຂຶ້ນຢ່າງມີປະສິດທິຜົນ”.

ໃນຖານະເປັນປະເທດເສດຖະກິດໃຫຍ່ອັນດັບ 2 ຂອງໂລກ, ອັດຕາການປະກອບສ່ວນສະເລ່ຍຂອງຈີນຕໍ່ການເຕີບໂຕຂອງເສດຖະກິດໂລກໃນ 10 ປີມານີ້ ໄດ້ຫຼາຍກວ່າ 30%. ຈາກການຂະຫຍາຍເຄືອຂ່າຍເຂດການຄ້າເສລີທີ່ມີມາດຕະຖານສູງ ທີ່ອວ່າຍໜ້າໄປສູ່ທົ່ວໂລກໃຫ້ກວ້າງອອກເລື້ອຍໆ ຈົນຮອດການສ້າງເວທີເສດຖະກິດການຄ້າຕ່າງໆ ເຊັ່ນ: ງານວາງສະແດງສິນຄ້ານຳເຂົ້າສາກົນຈີນ, ງານຕະຫຼາດນັດກວາງໂຈ່ວ, ງານມະຫະກຳຄ້າການບໍລິການສາກົນຈີນ ແລະ ງານວາງສະແດງສິນຄ້າອຸປະໂພກ-ບໍລິໂພກສາກົນຈີນ ເປັນຕົ້ນ ແລະຕະຫຼອດຮອດການເປີດກວ້າງວົງເພື່ອນມິດພາຍໃຕ້ຂອບ “ໜຶ່ງແລວໜຶ່ງເສັ້ນທາງ”, ຈີນໄດ້ຊຸກຍູ້ການເປີດປະຕູສູ່ພາຍນອກທີ່ມີລະດັບສູງເລື້ອຍໆ, ຍິນດີຕ້ອນຮັບປະເທດຕ່າງໆພັດທະນາໄປພ້ອມໆກັນກັບການພັດທະນາຂອງຈີນ. ປີ 2022, ການລົງທຶນຕົວຈິງຂອງຕ່າງປະເທດຢູ່ຈີນໄດ້ບັນລຸເຖິງ 189 ຕື້ໂດລາສະຫະລັດ, ໄດ້ສ້າງສະຖິຕິສູງສຸດໃນປະຫວັດສາດ, ໄດ້ເພີ່ມຂຶ້ນເກືອບ 50 ຕື້ໂດລາສະຫະລັດ ເມື່ອທຽບໃສ່ 3 ປີກ່ອນ. ນີ້ສະແດງໃຫ້ເຫັນວ່າ: ທ່າອ່ຽງທຶນຕ່າງປະເທດທີ່ເຫັນໄປໃນແງ່ດີຕໍ່ຕະຫຼາດຈີນ ແມ່ນບໍ່ມີການປ່ຽນແປງ.


ການວາງແຜນໃນອະນາຄົດຂອງຈີນບໍ່ພຽງແຕ່ໄດ້ຊີ້ໃຫ້ເຫັນທິດທາງການພັດທະນາຂອງຕົນເທົ່ານັ້ນ, ຫາກຍັງໄດ້ນຳເອົາຄວາມອົບອຸ່ນເໝືອນລະດູບານໃໝ່ມາໃຫ້ແກ່ໂລກເຊັ່ນກັນ.